ພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງກະຊວງການເງິນຫວຽດນາມ - ລັດເຊຍ

ພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງກະຊວງການເງິນຫວຽດນາມ - ລັດເຊຍ - ảnh 1
ທີ່ພິລົງ​ນານລະຫວ່າງ​ກະຊວງ​ການ​ເງິນ​ຫວຽດນາມ - ລັດ​ເຊຍ
(ພາບ: baocongthuong.com.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 29/8, ຢູ່​ນອກ​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ ບັນດາ​ປະ​ເທດ ​ເວທີ​ປາ​ໄສຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຝິກ (APEC) ທີ່​ພວມ​ຈັດ​ຕັ້ງ​ຢູ່​ມົດ​ສະ​ກູ, ​ປະ​ເທດ​ລັດ​ເຊຍ, ​ໄດ້​ດຳ​ເນີນ​ພິທີລົງ​ນານໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ການ​ເງິນ​ຫວຽດນາມ ​ແລະ ກະຊວງ​ການ​ເງິນສະຫະພັນລັດ​ເຊຍ. ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມືລະຫວ່າງ​ສອງ​ກະຊວງ​ການ​ເງິນ​ກວ່າ​ອີກ ​ໃນ​ຂົງ​ເຂດ​ຄຸ້ມ​ຄອງ​ການ​ເງິນຂອງ​ລັດ ​ແລະ ສ້າງ​ກົນ​ໄກ​ທີ​ມີ​ປະສິດທິ​ຜົນ​ທີ່​ສຸດ​ເພື່ອ​ເພີ່ມ​ທະວີການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ​ແບ່ງປັນ​ບົດຮຽນ​ລະຫວ່າງກະຊວງ​ການ​ເງິນ​ຫວຽດນາມ ​ແລະ ກະຊວງ​ການ​ເງິນສະຫະພັນລັດ​ເຊຍ ພ​້ອມກັນ​ເປັນ​ເອກະ​ພາບ​​ໃນ​ການ​ຜັນ​ຂະຫຍາຍ​ໂຄງການ​ຮ່ວມ​ມື​ດ້ານ​ການ​ເງິນ​ໃນ​ບັນດາ​ຂົງ​ເຂດ; ຍຸດ​ທະ​ສາດ ​ແລະ ນະ​ໂຍບາຍ​ຮັກສາ​ເສດຖະກິດ​ປົກກະຕິ; ຄຸ້ມ​ຄອງ​ລາຍ​ຮັບ​ງົບປະມາ​ນແຫ່ງ​ລັດ, ຄຸ້ມ​ຄອງ​ລາຍ​ຈ່າຍງົບປະມານ​​ແຫ່ງ​ລັດ​ຮັບປະກັນ​ຊີວິ​ດສັງຄົມ; ຄຸ້ມ​ຄອງ​ແຫຼ່ງຊັບພະຍາກອນ​ມະນຸດ… ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື, ສອງ​ຝ່າຍ​ຈະ​ແລກປ່ຽນບັນດາ​ຄະນະ​ປະຕິບັດ​ງານ, ສົ່ງ​ພະນັກງານ​ໄປ​ຖອດ​ຖອນ​ບົດຮຽນ, ຈັດ​ຕັ້ງ​ການ​ສຳ​ມະ​ນາ​ດ້ວຍຫົວ​ເລື່ອງ​ສະ​ເພາະ, ກອງ​ປະຊຸມ ​ແລະ ບັນດາ​ຊຸດບຳລຸງ​ສ້າງ​ໄລຍະ​ສັ້ນ​ຢູ່​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ, ພ້ອມ​ກັນ​ນັ້ນ ກະຊວງ​ການ​ເງິນ​ສະຫະພັນ​ລັດ​ເຊຍ ​ໄດ້​ສົ່ງຊ່ຽວ​​ເປັນທີ່​ປຶກສາ ​ເພື່ອ​ໜູນ​ຊ່ວຍ​ຫວຽ​ດນາມ ​ໃນ​ບັນດາ​ບັນຫາ​ທີ່​ສອງ​ຝ່າຍເປັນ​ເອກະ​ພາບ​​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ດັ່ງກ່າວ.

ຂ່າວ/ບົດ​ອື່ນ