ພິທີລົງນາມໃນບົດບັນທຶກຊ່ວຍຈຳແລະມອບລາງວັນເຕັກໂນໂລຢີຂໍ້ມູນຂ່າວສານ-ສື່ສານປີ2015

ພິທີລົງນາມໃນບົດບັນທຶກຊ່ວຍຈຳແລະມອບລາງວັນເຕັກໂນໂລຢີຂໍ້ມູນຂ່າວສານ-ສື່ສານປີ2015 - ảnh 1
ພິທີ​ລົ​ງນາມ​​ໃນບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ກ່ຽວ​ກັບ​ເຕັກ​ໂນ​
ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ສື່​ສານ​ໄລຍະ 2016 – 2018
(ພາບ: TTXVN)

(vovworld) – ​​​ໃນ​ຂອບ​ເຂດ​ກອງ​ປະຊຸມ ອາ​ຊຽນ TELMIN 2015 ພວມ​ດຳ​ເນີນ​ຢູ່​ນະຄອນ ດ່າ​ໜັງ, ​ໃນ​ຕອນ​ບ່າຍ​ວັນ​ທີ 26/11, ບັນ​ດາ​ປະ​ເທດ ​ອາ​ຊຽນ ​ແລະ ພັນທະ​ມິດ​ໂທລະ​ຄົມມະ​ນາ​ຄົມ​ສາກົນ ITU ດຳ​ເນີນພິທີ​ລົ​ງນາມ​​ໃນບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ສື່​ສານ​ໄລຍະ 2016 – 2018. ບົດ​ບັນທຶກ​ຊ່ວຍ​ຈຳ​ນີ້ ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ຝ່າຍ​ໃນ​ຂົງ​ເຂດ​ພັດທະນາ​ເຕັກ​ໂນ​ໂລ​ຢີຂ້ໍ​ມູນ​ຂ່າວສານ ​ແລະ ສື່​ສານ; ສົ່ງ​ເສີມ, ສ້າງ​ເງື່ອນ​ໄຂ​ສະດວກ, ຊຸກຍູ້​ການປະຕິບັດ​ບັນດາ​ການ​ເຄື່ອ​ນ​ໄຫວ​ຮ່ວມ, ປະກອບສ່ວນ​ຫັນ​ວິ​ໄສ​ທັດຂອງ​ບັນດາ​ລັດຖະມົນຕີ​ໂທລະ​ຄົມມະ​ນາ​ຄົມ ​ແລະ ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ອາ​ຊຽນ (TELMIN)​​ ໃຫ້​ປະກົດ​ຜົນ​ເປັນ​ຈິງ ກໍ​ຄື​ຈຸດໝາຍ​ເຊື່ອມ​ຕໍ່​ເຕັກ​ໂນ​ໂລ​ຢີ​ເຖິງ​ປະຊາຊົນ​ທັງ​ໝົດ​ໃນ​ໂລກ.

        ​ໃນ​ຕອນ​ຄ່ຳ​ວັນ​ທີ 26/11, ​ໄດ້ດຳ​ເນີນ​ພິທີ​ມອບ​ລາງວັນ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ - ສື່​ສານ ອາ​ຊຽນ 2015 (ASEAN ICT AWARDS – AICTA 2015). ການ​ມອບ​ລາງ​ວັນນີ້​ເພື່ອ​ແນ​ໃສ່​ຊອກ​ຫາ ​ແລະ ​ເຊີດ​ຊູ​ບັນດາ​ຜະລິດ​ຕະພັນ, ມາດ​ຕະການ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ - ສື່​ສານ​ທີ່​ມີ​​ຫົວຄິດ​ປະດິດ​ສ້າງ, ໜູນ​ໃຊ້​ໃນ​ຊີວິດ​ການ​ເປັນ​ຢູ່, ​ເສດຖະກິດ​ສັງຄົມ​.

 

ຂ່າວ/ບົດ​ອື່ນ