ພິທີລົງນາມໃນສັນຍາຊ່ວຍເຫຼືອລ້າຂອງຍີ່ປຸ່ນໃຫ້ແກ່ທ້ອງຖີ່ນຕ່າງໆຂອງຫວຽດນາມ

ພິທີລົງນາມໃນສັນຍາຊ່ວຍເຫຼືອລ້າຂອງຍີ່ປຸ່ນໃຫ້ແກ່ທ້ອງຖີ່ນຕ່າງໆຂອງຫວຽດນາມ - ảnh 1
ພິທີ​ລົງ​ນາມ​ໃນ​ສັນຍາ​ຊ່ວຍ​ເຫຼືອ​ລ້າ​ຂອງ​ຍີ່ປຸ່ນ​ໃຫ້​ແກ່​​ໂຮງຮຽນ​ປະຖົມ Nguyen Thi Minh Khai

(vovworld) ວັນ​ທີ 8/10, ຢູ່​ສະຖານທູດ​ຍີ່ປຸ່ນ​ປະຈຳ​ຫວຽດນາມ, ​ໄດ້​ດຳ​ເນີນພິທີ​ລົງ​ນາມ​ໃນ​ສັນຍາ​ຊ່ວຍ​ເຫຼືອ​ລ້າ​ຂອງ​ຍີ່ປຸ່ນ​ໃຫ້​ແກ່​​ໂຮງຮຽນ​ປະຖົມ Nguyen Thi Minh Khai, ຢູ່​ຕາ​ແສງເຈົາດົກ, ​ເມືອງ​ບັກ​ຈ່າ​ມີ, ​ແຂວງ​ກວາງ​ນາມ, ດ້ວຍ​ມູນ​ຄ່າ 117.000 USD. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ Hideo Suzuki, ອັກຄະ​ລັດຖະທູດ​ຍີ່ປຸ່ນ​ປະຈຳ​ຫວຽດນາມ, ​ເນັ້ນ​ໜັກ​ວ່າ:

        ”ການ​ສຶກສາ​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ​ແມ່ນ​ຂົງ​ເຂດ​ທີ່​ໄດ້​ຮັບ​ບຸລິ​ມາ​ສິດ​ທີ່​ສຸດ​ໃນ​ການ​ໜູນ​ຊ່ວຍ​ພັດທະນາ ODA ຂອງ​ຍີ່ປຸ່ນ​ໃຫ້​ແກ່​ຫວຽດນາມ. ຍ້ອນ​ເຫດ​ນັ້ນ, ພວກ​ເຮົາ​ຄວນ​ປັບປຸງ​ລະບົບ​ສຶກສາ​ໃຫ້​ສົມບູນ​ແບບ. ການ​ພັດທະນາ​ຢ່າງ​ສະໝຳ່ສະ​ເໝີ​ລະຫວ່າງ​ເຂດ​ຕົວ​ເມືອງ​ກັບ​ເຂດ​ຊົນນະບົດ, ລະຫວ່າງ​ນະຄອນ​ກັບ​ບັນດາ​ເມືອງ, ​ເທດສະບານ​ອື່ນໆ​ແມ່ນ​ສຳຄັນ​ທີ່​ສຸດ. ພວກ​ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່​ຊ່ວຍ​ເຫຼືອ​ລ້າ​ໃຫ້​ບັນດາ​ເຂດ​ພູດ​ອຍ, ຊົນນະບົດ. ​ເພື່ອ​​ເຮັດ​ໃຫ້ການ​ພັດທະນາ​ລະຫວ່າງ​ເຂດ​ຕ່າງໆ​ມີ​ຄວາມ​ສະໝຳ່ສະ​ເໝີ

ຂ່າວ/ບົດ​ອື່ນ