ພິ​ທີ​ລະ​ດັບ​ຊາດ ປຸກ​ລະ​ດົມ​ ສັບ​ປະ​ດາ​ທະ​ເລ​ໝູ່​ເກາະ ຫວຽດ​ນາມ

(VOVWORLD) -  ທ່ານ ດັ່ງກວັກແຄ໊ງ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ ຢູ່ ຫວຽດນາມ ສະພາບໄພແຫ້ງແລ້ງ, ນ້ຳເຄັມຊຶມ ສືບຕໍ່ມີການຜັນແປທີ່ສັບສົນ.
ພິ​ທີ​ລະ​ດັບ​ຊາດ ປຸກ​ລະ​ດົມ​ ສັບ​ປະ​ດາ​ທະ​ເລ​ໝູ່​ເກາະ ຫວຽດ​ນາມ - ảnh 1ໄວໜຸ່ມເຂົ້າຮ່ວມພິທີ (ພາບ: dangcongsan.vn)

ວັນທີ 11 ມິຖຸນາ, ຢູ່ນະຄອນ ຍາຕາງ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ແຄ້ງຮ່ວາ ຈັດພິທີລະດັບຊາດປຸກລະດົມ ສັບປະດາທະເລ ໝູ່ເກາະ ຫວຽດນາມ, ເດືອນກະທຳ ເພື່ອສິ່ງແວດລ້ອມ, ຕອບສະໜອງວັນມະຫາສະໝຸດ ໂລກ (8/6) ແລະ ວັນສິ່ງແວດລ້ອມໂລກ (5/6) ປີ 2024.

ກ່າວຄຳເຫັນທີພິທີ, ທ່ານ ດັ່ງກວັກແຄ໊ງ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ ຢູ່ ຫວຽດນາມ ສະພາບໄພແຫ້ງແລ້ງ, ນ້ຳເຄັມຊຶມ ສືບຕໍ່ມີການຜັນແປທີ່ສັບສົນ. ທ່ານ ດັ້ງກວັກແຄ໊ງ ຮຽກຮ້ອງໃຫ້ບັນດາ ຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອຳນາດການປົກຄອງບັນດາທ້ອງຖິ່ນ, ອົງການຈັດຕັ້ງ, ວິສາຫະກິດ, ປະຊາຊົນທຸກທ້ວນໜ້າຈຶ່ງມີການກະທຳຢ່າງແທດຈິງ ເພື່ອແກ້ໄຂບັນຫາໄພແຫ້ງແລ້ງ, ຫັນເປັນທະເລຊາຍ ແລະ ປົກປັກຮັກສາສິ່ງແວດລ້ອມ. ທ່ານລັດຖະມົນຕີ ດັ້ງກວັກແຄ໊ງ ເນັ້ນໜັກວ່າ:

ປະຊາຊົນ ແຕ່ລະຄົນ, ວິສາຫະກິດ, ບັນດາອົງການຈັດຕັ້ງໃນສັງຄົມຈະແມ່ນແກ່ນສານຢ່າງຕັ້ງໜ້າ, ສວມບົດບາດສຳຄັນໃນວິວັດການຟື້ນຟູການຕ້ານໄພແຫ້ງແລ້ງ, ກາຍເປັນທະເລຊາຍ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ພ້ອມທັງ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງບັນດາເຂດ, ທ້ອງຖິ່ນ ພ້ອມກັນພັດທະນາເສດຖະກິດຕາມທິດຍືນຍົງ, ປະກອບສ່ວນເພື່ອໃຫ້ ຫວຽດນາມ ມຸ່ງໄປສູ່ ອະນາຄົດແບບຍືນຍົງ, ກົມກຽວກັບທຳມະຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ