ພິທີລະ​ນຶກ 35 ປີເຫດການ ກາກມາ, ເມືອງເກາະ ເຈື່ອງຊາ, ແຂວງ ແຄງຮ່ວາ

(VOVWORLD) -ທີ່ລາຍການ, ຄະນະຈັດຕັ້ງໄດ້ມອບຂອງຂວັນໃຫ້ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ມອບທຶນການສຶກສາໃຫ້ບັນດານັກຮຽນ ແລະ ມອບທຸງຊາດໃຫ້ແກ່ຊາວປະມົງ.
ພິທີລະ​ນຶກ 35 ປີເຫດການ ກາກມາ, ເມືອງເກາະ ເຈື່ອງຊາ, ແຂວງ ແຄງຮ່ວາ - ảnh 1(ທ່ານ ເຈືອງເຕີນຊາງ, ອະດີດປະທານປະເທດ, ພ້ອມກັບການນຳແຂວງ ແຄງຮ່ວາ ເຂົ້າຮ່ວມພິທີຈາລຶກ)

        ວັນທີ 14 ມີນາ, ຄົບຮອບ 35 ປີເຫດການ ກາກມາ (14 ມີນາ 1988 – 14 ມີນາ 2023), ວັນນັກຮົບກອງທັບເຮືອປະຊາຊົນ ຫວຽດນາມ 64 ຄົນເສຍສະຫຼະຊີວິດເພື່ອປົກປັກຮັກສາອະທິປະໄຕຂອງປະເທດຊາດຢູ່ເກາະ ກາກມາ, ຂຶ້ນກັບໝູ່ເກາະ ເຈື່ອງຊາ, ແຂວງ ແຄງຮ່ວາ.

        ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 13 ມີນາ, ຢູ່ເຂດອະນຸສາວະລີນັກຮົບ ກາກມາ, ເມືອງ ກາມເລີມ, ແຂວງ ແຄງຮ່ວາ, ໄດ້ຈັດພິທີຈາລຶກພະນັກງານ, ນັກຮົບກອງທັບເຮືອປະຊາຊົນ ຫວຽດນາມ 64 ຄົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ເກາະ ກາກມາ, ເມືອງເກາະ ເຈື່ອງຊາ. ຢູ່ທີ່ນີ້, ທ່ານ ເຈືອງເຕີນຊາງ, ອະດີດປະທານປະເທດ ຫຽດນາມ, ພ້ອມກັບການນຳແຂວງ ແຄງຮ່ວາ ແລະ ປະຊາຊົນເປັນຈຳນວນຫຼາຍ… ໄດ້ລອຍກະໂທງ, ຖະຫວາຍທູບທຽນ, ດອກໄມ້ອາໄລຫານັກຮົບວິລະຊົນ 64 ຄົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ເກາະ ກາກມາ. ທີ່ລາຍການ, ຄະນະຈັດຕັ້ງໄດ້ມອບຂອງຂວັນໃຫ້ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ມອບທຶນການສຶກສາໃຫ້ບັນດານັກຮຽນ ແລະ ມອບທຸງຊາດໃຫ້ແກ່ຊາວປະມົງ.

ຕອບກັບ

ຂ່າວ/ບົດ​ອື່ນ