ພິ​ທີ​ວັນ​ເພັງ​ເດືອນ​ຈຽງ​ຢູ່​ປະ​ເທດ​ລາວ

(VOVWORLD) - ພາຍຫຼັງພິທີ, ບັນດາພຸດທະສາສະນິກກະຊົນ ແລະ ຜູ້ເຂົ້າຮ່ວມ ໄດ້ພ້ອມກັນຮັບປະທານອາຫານເຈໂດຍວັດປຸ້ງແຕ່ງເອງ.
ພິ​ທີ​ວັນ​ເພັງ​ເດືອນ​ຈຽງ​ຢູ່​ປະ​ເທດ​ລາວ - ảnh 1


(ພາບ: ttxvn)

   ຕອນເຊົ້າວັນທີ 24 ກຸມພາ, ຢູ່ວັດ ເຟິດຕິກ ທີ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ຈັດພິທີວັນເພັງເດືອນຈຽງ ໄລ່ຕາມຈັນທະປະຕິທິນ ຊື່ງແມ່ນໜຶ່ງໃນບັນດາມູນເຊື້ອດ້ານວັດທະນະທຳທີ່ຂາດບໍ່ໄດ້ຂອງຄົນ ຫວຽດນາມ ໃນຊຸມວັນຕົ້ນລະດູບານໃໝ່.

ໂດຍພາຍໃຕ້ການແນະນຳຂອງພະອາຈານ ທິກມິນກ້ວາງ, ເຈົ້າອາວາດວັດ ເຟິດຕິກ, ບັນດາພະສົງສາມະເນັນ, ພຸດທະສາສະນິກກະຊົນ ໄດ້ພ້ອມກັນປະຕິບັດພິທີພາວະນາ ຂໍໃຫ້ປະເທດຊາດ ແລະ ປຊຊ ມີຄວາມຢູ່ເຢັນເປັນສຸກ ແລະ ປາດຖະໜາຂໍໃຫ້ ພະສົງສາມະເນັນ, ພຸດທະສາສະນິກກະຊົນທຸກຄົນໃນໂລກເວົ້າລວມ ກໍ່ຄືໃນປະເທດ ຫວຽດນາມ ແລະ ລາວ ເວົ້າສະເພາະ ໄດ້ະສົບກັບສິ່ງທີ່ໂຊກດີໃນປີ 2024. ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ພຸດທະສາສະນິກກະຊົນ ເສີມຂະຫຍາຍນ້ຳໃຈເມຕາ, ສາມັກຄີກັນກ່ວາອີກ ແລະ ສືບຕໍ່ໜູນຊ່ວຍວຽກງານກຸສົນຂອງວັດ, ອ່ວຍໜ້າເມືອຫາບ້ານເກີດເມືອງນອນ. ພາຍຫຼັງພິທີ, ບັນດາພຸດທະສາສະນິກກະຊົນ ແລະ ຜູ້ເຂົ້າຮ່ວມ ໄດ້ພ້ອມກັນຮັບປະທານອາຫານເຈໂດຍວັດປຸ້ງແຕ່ງເອງ.

ຕອບກັບ

ຂ່າວ/ບົດ​ອື່ນ