ພິທີວິສາຂະບູຊາຂອງຊາວ ຫວຽດນາມ ອາໄສຢູ່ ສາທາລະນະລັດ ເຊັກໂກ

(VOVWORLD) - ວັນທີ 14 ພຶດສະພາ, ມີພະສົງສຳມະເນັນ ແລະ ບັນດາຜູ້ເຄົາລົບນັບຖືພຸດທະສາສະໜາ ຫວຽດນາມ ຢູ່ ສ. ເຊັກໂກ ໄດ້ເຂົ້າຮ່ວມພິທີວິສາຂະບູຊາ - ພສ 2561 ໂດຍສູນກາງສະມາຄົມຊາວພຸດ ຫວຽດນາມ ປະຈຳ ສ. ເຊັກໂກ ຈັດຕັ້ງຢູ່ນະຄອນຫຼວງ ປຣາຮາ.
ພິທີວິສາຂະບູຊາຂອງຊາວ ຫວຽດນາມ ອາໄສຢູ່ ສາທາລະນະລັດ ເຊັກໂກ - ảnh 1 ພິທີຫົດສົງທີ່ງານບຸນ

ໃນພິທີ, ຜູ້ຕາງໜ້າໃຫ້ສູນກາງສະມາຄົມຊາວພຸດ ຫວຽດນາມ ປະຈຳ ສ. ເຊັກໂກ ໄດ້ອ່ານສານຂອງວັນວິສາຂະບູຊາ ພສ 2561 ຂອງສາດສະດາພຸດທະສາສະໜາ ຫວຽດນາມ. ຈຸດພົ້ນເດັ່ນຂອງພິທີແມ່ນພິທີແຫ່ພະພຸດທະຮູບ ແລະ ພິທີຫົດສົງ. ປ້າ ຫງວຽນງອກທູ, ຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ ໄດ້ແບ່ງປັນວ່າ:

“ມື້ນີ້, ຂ້າພະເຈົ້າໄດ້ເຂົ້າຮ່ວມພິທີວິສາຂະບູຊາ ເພື່ອຈູດທູບທຽນບູຊາພະພຸດທະເຈົ້າ. ຈິດໃຈຂ້າພະເຈົ້າເອງ, ຍາມໃດກໍ່ຄິດວ່າຕ້ອງດຳລົງຊີວິດຢ່າງມີຄວາມໝາຍ, ມີຄຸນສົມບັດ ແລະ ຍາມໃດກໍ່ບອກສອນໃຫ້ລູກຫຼານວ່າ ຄວນແບ່ງປັນໃຫ້ທຸກໆຄົນ, ຢູ່ໃນສິນກິນໃນທຳ”

ຕອບກັບ

ຂ່າວ/ບົດ​ອື່ນ