ພິທີວາງສີລາລຶກກໍ່ສ້າງຕຶກອາຄານສະຖານທູດອາເມລິກາຢູ່ຮ່າໂນ້ຍ

(VOVWORLD) -ວັນທີ 15 ເມສາ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານລັດຖະມົນຕີ ການຕ່າງປະເທດ ອາເມລິກາ Antony Blinken ໄດ້ເຂົ້າຮ່ວມພິທີວາງສີລາລຶກກໍ່ສ້າງຕຶກອາຄານສະຖານທູດ ອາເມລິກາ ຢູ່ ຮ່າໂນ້ຍ
ພິທີວາງສີລາລຶກກໍ່ສ້າງຕຶກອາຄານສະຖານທູດອາເມລິກາຢູ່ຮ່າໂນ້ຍ - ảnh 1ພິທີວາງສີລາລຶກກໍ່ສ້າງຕຶກອາຄານສະຖານທູດ ອາເມລິກາ ຢູ່ ຮ່າໂນ້ຍ

    ເຂົ້າຮ່ວມເຫດການ, ມີທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken, ທ່ານເອກອັກຄະລັດຖະທູດ ອາເມລິກາ Marc Knapper. ຝ່າຍຫວຽດນາມ, ມີທ່ານລັດຖະມົນຕີການຕ່າງປະເທດ ບຸຍແທງເຊີນ, ຮອງລັດຖະມົນຕີການຕ່າງປະເທດ ຮ່າກິມງອກ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເຢືອງດຶກຕ້ວນ.

  ໂຄງການກໍ່ສ້າງຕຶກອາຄານສະຖານທູດອາເມລິກາປະຈຳຫວຽດນາມໄດ້ຮັບການປະກາດເປັນຄັ້ງທຳອິດໃນການຢ້ຽມຢາມຫວຽດນາມຂອງທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ໃນເດືອນສິງຫາ 2021. ຕຶກອາຄານສະຖານທູດອາເມລິກາ ຖືກກໍ່ສ້າງໃນເນື້ອທີ່ 3,2 ເຮັກຕາຢູ່ຖະຫນົນຝ້າມວັນແບກ, ເມືອງເກົາໄຢ, ນະຄອນຮ່າໂນ້ຍ

ຕອບກັບ

ຂ່າວ/ບົດ​ອື່ນ