ພິທີວາງສິລາເລກສະເຫຼີມສະຫຼອງໜັງສຶພິມ ຢາຍຟ໋ອງ (ໜັງສືພິມ ປົດປ່ອຍ)

(VOVWORLD) -  ວັນທີ 25 ມິຖຸນາ, ຢູ່ປ່າສະຫງວນແຫ່ງຊາດ ລໍ່ຢໍ່ - ຊາມາດ (ເມືອງ ເຕີນບຽນ, ແຂວງ ໄຕນີງ), ໜັງສືພິມ ດ້າຍດ່ວານເກດ (ມະຫາສາມັກຄີ) ໄດ້ຈັດຕັ້ງພິທີວາງສິລາເລກສະເຫຼີມສະຫຼອງ ໜັງສືພິມ ຢາຍຟ໋ອງ (ປົດປ່ອຍ), ສຽງຂອງແນວໂຮມແຫ່ງຊາດປົດປ່ອຍ ພາກໃຕ້ ຫວຽດນາມ ສະໄໝຕ້ານ ອາເມລິກາ ກູ້ຊາດ, ໝາຍເຖິງໜັງສືພິມ ດ້າຍດ່ວານເກດ ໃນປະຈຸບັນ.
ພິທີວາງສິລາເລກສະເຫຼີມສະຫຼອງໜັງສຶພິມ ຢາຍຟ໋ອງ (ໜັງສືພິມ ປົດປ່ອຍ) - ảnh 1ນັກຂ່າວ ຫງວຽນໂຫ ທີ່ສິລາເລກ 

ວັນທີ 20 ທັນວາ 1964, ໜັງສືພິມ ຢາຍຟ໋ອງ 4 ໜ້າ ດ້ວຍຂະໜາດໃຫຍ່ທີ່ພິມ 2 ສີ ໄດ້ປະກົດມີໃນເຂດປົດປ່ອຍພາກໃຕ້ ຢູ່ເຂດ ປ່າ ລໍ່ຢໍ່ - ຊາມາດ ໄຕນີງ ແລະ ຖືກນຳເຂົ້າເຂດຕົວເມືອງ, ສົ່ງໄປ ພະນົມເປັນ (ປະເທດ ກຳປູເຈຍ) ແລະ ໄປສູ່ພາກເໜືອ. ໜັງສືພິມສະບັບນີ້ແມ່ນບ່ອນເຕົ້າໂຮມບັນດາຜູ້ຂຽນ, ນັກຂ່າວທີ່ມີຊື່ສຽງ, ປະຕິບັດສຳເລັດພາລະກຳທີ່ສັກກະລະບູຊາ, ແມ່ນສຽງເວົ້າຂອງແນວໂຮມແຫ່ງຊາດປົດປ່ອຍພາກໃຕ້ ຫວຽດນາມ, ມີບັນດາການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ພາລະກິດຕໍ່ສູ້ໂຮມປະເທດຊາດເປັນເອກະພາບ. ພາຍຫຼັງປະເທດເປັນເອກະພາບແລ້ວ, ຕົ້ນປີ 1977, ໜັງສືພິມຢາຍຟ໋ອງ ໄດ້ປະຕິບັດສຳເລັດພາລະກຳປະຫວັດສາດ, ໜັງສືພິມ ກືວກວກ (ກູ້ຊາດ)  ແລະ ໜັງສືພິມ ຢາຍຟ໋ອງ ໄດ້ໂຮມເຂົ້າກັນ ແລະ ເປັນໜັງສືພິມທີ່ມີຊື່ວ່າ: ໜັງສືພິມ ດ້າຍດ່ວານເກດ (ມະຫາສາມັກຄີ) ແລະ ອອກສະບັບທຳອິດເມື່ອວັນທີ 6 ກຸມພາ 1977.

        ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ໄດ້ອວຍພອນໃຫ້ພະນັກງານ, ພາລະກອນ, ນັກຂ່າວ, ບັນນາທິການຂອງໜັງສືພິມ ຢາຍຟ໋ອງ ໃນເມື່ອກ່ອນ ແລະ ໜັງສືພິມ ດ້າຍດ່ວານເກດ ໃນປະຈຸບັນ ຍາມໃດກໍ່ຮັກສາມູນເຊື້ອຂອງໜັງສືພິມ ຢາຍຟ໋ອງ, ຮ່ວມແຮງຮ່ວມໃຈສ້າງສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ