ພິ​ທີ​ສົ່​ງ​ຄະ​ນະ​ນັກ​ກິ​ລາ​ພິ​ການ ຫວຽດ​ນາມ ໄປ​ເຂົ້າ​ຮ່ວມງານ​ມະ​ຫາ​ກຳ​ກິ​ລາ ASEAN Para Games 12

(VOVWORLD) - ຕອນບ່າຍວັນທີ 17 ພຶດສະພາ, ຢູ່ສູນຝຶກແອບ ກິລາກາຍຍະກຳນະຄອນ ໂຮ່ຈີມິນ ໄດ້ດຳເນີນພິທີສົ່ງຄະນະນັກກິລາພິການ ຫວຽດນາມ ເຂົ້າຮ່ວມງານມະຫາກຳກິລາ ຄົນພິການ ອາຊີຕາເວັນອອກສ່ຽງໃຕ້ - ASEAN Para Games 12.
ພິ​ທີ​ສົ່​ງ​ຄະ​ນະ​ນັກ​ກິ​ລາ​ພິ​ການ ຫວຽດ​ນາມ ໄປ​ເຂົ້າ​ຮ່ວມງານ​ມະ​ຫາ​ກຳ​ກິ​ລາ  ASEAN Para Games 12 - ảnh 1ຄະນະນັກກິລາ ຄົນ ພິການ ຫວຽດນາມ ກ່ອນເດີນທາງໄປເຂົ້າຮ່ວມງານມະຫາກຳກິລາ ASEAN Para Games 12 (ພາບ: VOV)

ຄະນະນັກກິລາຄົນພິການ ຫວຽດນາມ ທີ່ເຂົ້າຮ່ວມງານມະຫາກຳກິລາ ASEAN Para Games 12 ຢູ່ ກຳປູເຈຍ ລວມມີສະມາຊິກ 164 ຄົນ ແລະ ຈະເຂົ້າຮ່ວມການແຂ່ງຂັນຊິງລາງວັນຢູ່ກິລາ 8 ປະເພດ ດ້ວຍ 13 ລາຍການແຂ່ງຂັນ, ນັ້ນແມ່ນ: ແລ່ນ ແລະ ລານ, ລອຍນ້ຳ, ຍົກນ້ຳໜັກ, ຕີດອກປີກໄກ່, ປີ໋ງປ່ອງ, ໝາກຮຸກສາກົນ, ຈູໂດ ແລະ ບ໋ອກເຊຍ. ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຮວ່າງດ້າວເກືອງ ປາດຖະໜາວ່າ:

        “ຂ້າພະເຈົ້າຫວັງໃຫ້ ທົ່ວຄະນະພະນັກງານ, ຄູຝຶກ, ນັກກິລາຂອງຄະນະນັກກິລາ ຄົນພິການ ຫວຽດນາມ ຮັບຮູ້ກ່ຽວກັບຄວາມຮັບຜິດຊອບຂອງຕົນ ກໍຄື ຄວາມເອກອ້າງທະນົງໃຈ, ຄວາມພາກພູມໃຈ ເມື່ອປະເທດຊາດໄດ້ມອບໝາຍໜ້າທີ່ ເພື່ອປະຕິບັດໜ້າທີ່ຂອງຕົນໃນງານມະຫາກຳກິລາຄັ້ງນີ້ ໃຫ້ເປັນຢ່າງດີ”.

        ໃນພິທີສົ່ງດັ່ງກ່າວ, ຄະນະນັກກິລາຄົນພິການ ຫວຽດນາມ ໄດ້ຮັບການອຸປະຖຳຈາກອົງການຈັດຕັ້ງ, ວິສາຫະກິດ ແລະ ສ່ວນບຸກຄົນ ຫວຽດນາມ. ASEAN Para Games 12 ຈະດຳເນີນນັບແຕ່ວັນທີ 3 ເຖິງວັນທີ 9 ມິຖຸນາ ຢູ່ປະເທດ ກຳປູເຈຍ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ