ພິທີສົ່ງອັດຖິທະຫານອາເມລິກາກັບເມືອປະເທດ

ພິທີສົ່ງອັດຖິທະຫານອາເມລິກາກັບເມືອປະເທດ - ảnh 1
(ພາບປະກອບ)

​(vovworld) - ພິທີ​ສົ່ງ​ອັ​ດຖິທະຫານ​ອາ​ເມ​ລິ​ກາ ທີ່​ຫາຍ​ສາບ​ສູນ​ໃນປາງ​ສົງຄາມ​ຢູ່​ຫວຽດນາມ ກັບ​ເມືອ​ປະ​ເທດ ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 24/06, ຢູ່​ສະໜາມ​ບິນ​ສາກົນ ດ່າ​ນັ້ງ, ຫວຽດນາມ. ​ເຂົ້າ​ຮ່ວມ​ພິທີ, ຝ່າຍ​ຫວຽດນາມ ມີ​ຜູ​້ຕາງໜ້າ​ຄະນະ​ຫົວໜ້າ​ອົງການ​ຫວຽດນາມ ຊອກ​ຫາ​ຜູ້​ຫາຍ​ສາບ​ສູນ, ຝ່າຍ​ອາ​ເມ​ລິ​ກາ ມີ​ຜູ້ຕາງໜ້າ​ກົງ​ສູນ​ສະຖານທູດ​ອາ​ເມ​ລິ​ກາ ປະຈຳ​ນະຄອນ​ໂຮ່ຈິ​ມິນ ພ້ອມ​ກັບ​ຫ້ອງ​ທູດ​​ທະຫານ​ອາ​ເມ​ລິ​ກາ​ປະຈຳ ​ຮ່າ​ໂນ້ຍ, ອົງການກວດການັກ​ໂທດ ​ແລະ ຜູ້​ຖືກຫາຍ​ສາບ​ສູນກະຊວງ​ປ້ອງກັນ​ປະ​ເທ​ດອາ​ເມ​ລິ​ກາ ​ແລະ ຫ້ອງການ MIA ອາ​ເມ​ລິ​ກາ ປະຈຳ​ຮ່າ​ໂນ້ຍ. ຜູ້ຕາງໜ້າ​ຝ່າຍ​ຫວຽດນາມ ​ໄດ້​ມອບ​ສົ່ງ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ ອັດຖິ​ທ​ະຫານ 3 ຊຸດ ​ໂດຍ​ປະຊາຊົນ​ມອບ​ສົ່ງ ​ແລະ ບັນດາ​ຄະນະ​ປະສົມ​ຄົ້ນພົບ​ໃນ​ການ​ຊອກ​ຫາ​ອັດຖິ​ລວມຄັ້ງ​ທີ 119 (​ໃນ​ເດືອນ 05 – 06/2015). ກ່າວ​ຄຳ​ເຫັນ​ທີ່​ພິທີ, ຜູ້ຕາງໜ້າ​ລັດຖະບານ​ອາ​ເມ​ລິ​ກາ ​ໄດ້​ຂອບ​ອົກ​ຂອບ​ໃຈ ​ແລະ ຕີ​ລາຄາ​ສູງ​ນະ​ໂຍບາຍ​ມະນຸດສະທຳ​, ​ເຈດ​ຕະນາ​ດີ ​ແລະ ການ​ຮ່ວມ​ມື​ທີ່​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ຂອງ​ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ.

ຂ່າວ/ບົດ​ອື່ນ