ພິທີສູດມົນພາວະນາອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນຫວຽດນາມ-ລາວ

(VOVWORLD) -ພິທີສູດມົນພາວະນາອາ, ສັກອານິດຈາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນຫວຽດນາມ-ລາວ ໄດ້ດຳເນີນດ້ວຍຫຼາຍພິທີ

ພິທີສູດມົນພາວະນາອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນຫວຽດນາມ-ລາວ - ảnh 1 ພິທີສູດມົນພາວະນາອາ

(ພາບ: TTXVN)

 ຕອນຄ່ຳວັນທີ 18 ກໍລະກົດ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນຫວຽດນາມ-ລາວ (ເມືອງ ແອັງເຊີນ, ແຂວງ ເງະອານ), ຄະນະບໍລິຫານພຸດທະສາສະໜາແຂວງ ເງະອານ ໄດ້ສົມທົບກັບຄະນະຈັດຕັ້ງງານບຸນ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຈັດພິທີສູດມົນພາວະນາອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດຄືວັນທີ 27 ກໍລະກົດ. ທ່ານ ເຈິ່ນແທັງເມີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ທ່ານເລຂາຄະນະພັກແຂວງ ເງະອານ ທ໊າຍແທັງກຸ໊ຍ ໄດ້ເຂົ້າຮ່ວມພິທີ. ພິທີສູດມົນພາວະນາອາ, ສັກອານິດຈາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນຫວຽດນາມ-ລາວ ໄດ້ດຳເນີນດ້ວຍບັນດາພິທີການຄື: ຖະຫວາຍທູບທຽນ, ດອກໄມ້; ອາໄລຫາ ແລະ ພາວະນາຂໍ້ໃຫ້ດວງວິນຍານຂອງບັນດາຜູ້ທີ່ເສຍສະຫຼະຊີວິດເພື່ອຊາດເພື່ອເອກະພາບ, ເສລີພາບຂອງຊາດ, ເພື່ອພັນທະສາກົນອັນສູງສົ່ງໄດ້ຂຶ້ນແດນສະຫວັນ. ທີ່ພິທີສູດມົນພາວະນາ, ບັນດາພະສົງສຳມະເນນ, ພຸດທະສາສະນິກກະຊົນ ແລະ ປະຊາຊົນຢູ່ທົ່ວທຸກແຖບຖິ່ນໄດ້ຈຸດທູບ, ໃຕ້ຖຽນ, ຖະຫວາຍດອກໄມ້ຕໍ່ບັນດາຂຸມຝັງສົບ, ສະແດງໃຫ້ເຫັນການຕອບບຸນແທນຄຸນ ແລະ ຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງຊາດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ