ພິທີສູດມົນພາວະນາເຖິງດວງວິນຍານບັນດານັກຮົບທີ່ເສຍສະຫຼະຊີວິດ ໃນການປົກປັກຮັກສາອຳນາດອະທິປະໄຕທະເລໝູ່ເກາະ

(VOVWORLD) - ວັນທີ 10 ມິຖຸນາ, ສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ ອັງກິດ ໄດ້ສົມທົບກັບສະມາຄົມຊາວ ຫວຽດນາມ ອາໄສຢູ່ ອັງກິດ

ຈັດຕັ້ງພິທີສູດມົນພາວະນາເຖິງດວງວິນຍານບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ປົກປັກຮັກສາອຳນາດອະທິປະໄຕທະເລໝູ່ເກາະຂອງ ຫວຽດນາມ ຢູ່ ຫໍທຳມະ 2000 Community Action Centre, Deptford, London. ບັນດາພຸດທະສາສະນິກະຊົນ ແລະ ພໍ່ແມ່ປະຊາຊົນໄດກົ້ມຫົວໄວ້ອາໄລເປັນເວລາ 1 ນາທີ ຕາມທາງພິທີສາສະໜາພຸດ, ອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດໃນການຕໍ່ສູ້, ປົກປັກຮັກສາອຳນາດອະທິປະໄຕທະເລໝູ່ເກາະຂອງປະເທດຊາດ, ໃນນັ້ນ ມີບັນດາໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ພະອາຈານໃຫຍ່ ທິກບືວແຈ໋ງ, ເຈົ້າອະທິການວັດ ເຟືອກເຊີນ - ດົງນາຍ ແລະ ພະອາຈານໃຫຍ່ ທິກເລະງວຽນ ປະທານສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ ອັງກິດ ເປັນປະທານພິທີສູດມົນພາວະນາ, ຂໍໃຫ້ໂລກມີສັນຕິພາບ ແລະ ສະຫງົບ.

ຕອບກັບ

ຂ່າວ/ບົດ​ອື່ນ