ພິທີສວດມົນພາວະນາເຖິງດວງວິນຍານນັກຮົບວິລະຊົນ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ

(VOVWORLD) - ວັນທີ 09 ທັນວາ, ທີ່ນະຄອນຫລວງ ວຽງຈັນ, ປະເທດ ລາວ, ສະມາຄົມພຸດທະສາສະໜາ ຫວຽດນາມ, ອົງການພຸດທະສາສະໜາສຳພັນ ລາວ, ພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ ລາວໄດ້ສົມທົບກັບສະມາຄົມມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານ ຫວຽດນາມ ຈັດຕັ້ງພິທີສວດມົນພາວະນາເຖິງດວງວິນຍານນັກຮົບວິລະຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ.
ພິທີສວດມົນພາວະນາເຖິງດວງວິນຍານນັກຮົບວິລະຊົນ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ - ảnh 1 ພິທີສວດມົນພາວະນາເຖິງດວງວິນຍານນັກຮົບວິລະຊົນ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ

        ເຂົ້າຮ່ວມພິທີສວດມົນພາວະນາມີບັນດາພະພິຂຸ, ພະສົງທີ່ມາຈາກສະມາຄົມພຸດທະສາສະໜາ ຫວຽດນາມ ແລະ ລາວ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການ, ນັກຮົບເກົ່າ 2 ປະເທດ ລາວ ແລະ ຫວຽດນາມ ເຂົ້າຮ່ວມ.

        ສົງຄາມໄດ້ຜ່ານໄປດົນແລ້ວ, ແຕ່ປະເທດຊາດ ແລະ ປະຊາຊົນ 2 ປະເທດ ຍາມໃດກໍ່ຈົດຈຳຄຸນງາມຄວາມດີຂອງບັນດານັກຮົບທີ່ເສຍສະຫຼະຊີວິດຢ່າງພິລາອາດຫານ ເພື່ອພື້ນຖານເອກະລາດ, ເສລີພາບ, ເພື່ອນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ເພື່ອນ້ຳໃຈສາມັກຄີແບບພິເສດ, ເພື່ອຊີວິດຄວາມເປັນຢູ່ເຢັນເປັນສຸກຂອງປະຊາຊົນ 2 ປະເທດ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ