ພິທີສວດມົນພາວະນາເຖິງດວງວິນຍານບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ

(VOVWORLD) - ອຳນາດການປົກຄອງແຂວງ ວຽງຈັນ ໄດ້ຈັດຕັ້ງພິທີສວດມົນພາວະນາໄວ້ອາໄລເຖິງດວງວິນຍານບັນດານັກຮົບວິລະຊົນກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ ທີ່ເສຍສະຫຼະຊີວິດໃນບັ້ນຮົບໄຊຊະນະຢູ່ບ້ານເກີນເມື່ອປີ 1946
ພິທີສວດມົນພາວະນາເຖິງດວງວິນຍານບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ - ảnh 1ພິທີໄດ້ຈັດຂຶ້ນຢູ່ເຂດອະນຸສາວາລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຮ່ວມສຳພັນສູ້ຮົບ ລາວ- ຫວຽດນາມ

ຕອນບ່າຍວັນທີ 28 ທັນວາ, ຢູ່ອະນຸສາວາລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຮ່ວມສຳພັນສູ້ຮົບ ລາວ- ຫວຽດນາມ ຢູ່ບ້ານເກີນ, ເມືອງ ທຸລະຄົມ, ແຂວງ ວຽງຈັນ, ອຳນາດການປົກຄອງແຂວງ ວຽງຈັນ ໄດ້ຈັດຕັ້ງພິທີສວດມົນພາວະນາໄວ້ອາໄລເຖິງດວງວິນຍານບັນດານັກຮົບວິລະຊົນກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ ທີ່ເສຍສະຫຼະຊີວິດໃນບັ້ນຮົບໄຊຊະນະຢູ່ບ້ານເກີນເມື່ອປີ 1946. ກ່າວຄຳເຫັນທີ່ພິທີ, ທ່ານ ທອງສະຫວັນ ວົງສຳພັນ, ຮອງເລຂາພັກແຂວງ ວຽງຈັນ ເນັ້ນໜັກວ່າ ພິທີດັ່ງກ່າວແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຊີວິດຂອງບັນດານັກຮົບວິລະຊົນຂອງສອງປະເທດ ແລະ ເພື່ອໃຫ້ປະຊາຊົນ, ພິເສດແມ່ນລຸ້ນໜຸ່ມສອງປະເທດ, ເຂົ້າໃຈແຈ້ງກ່ວາກ່ຽວກັບການຮ່ວມສຳພັນສູ້ຮົບ, ນ້ຳໃຈສາມັກຄີແບບພິເສດລະຫວ່າງສອງປະເທດ ລາວ - ຫວຽດນາມ ອ້າຍນ້ອງ.

        ອານຸສາວາລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມໄດ້ກໍ່ສ້າງສຳເລັດປີ 2011. ຢູ່ເຂດນີ້, ວັນທີ 20 ມັງກອນ 1946, ກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ ໄດ້ດັບສູນຖານທີ່ໝັ້ນບ້ານເກີນ (ເມືອງ ທຸລະຄົມ), ຂອງລ່າເມືອງຂຶ້ນ ຝລັ່ງ. ນີ້ແມ່ນໄຊຊະນະມີຄວາມໝາຍປະຫວັດສາດອັນໃຫຍ່ຫຼວງ, ເປັນຂີດໝາຍພົ້ນເດັ່ນໃຫ້ແກ່ການຮ່ວມມືຂອງກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ ໃນໄລຍະຕົ້ນຂອງການປະຕິວັດປົດປ່ອຍຊາດ, ຮັກສາກຳລັງປະຕິວັດຕໍ່ສູ້ຍາວນານ ເພື່ອມຸ່ງໄປເຖິງໄຊຊະນະຢ່າງສົມບູນ.

ຕອບກັບ

ຂ່າວ/ບົດ​ອື່ນ