ພິທີສະຫຼຸບແລະມອບລາງວັນໂປຼແກຼມ “9999 ບຸນເຕັດ”

(VOVWORLD) -ຕອນບ່າຍວັນທີ 10 ມີນາ, ຢູ່ຮ່າໂນ້ຍ, ບໍລິສັດຫຸ້ນສ່ວນກ້າວໜ້າສາກົນ (AIC Group) ໄດ້ສົມທົບກັບສື່ເອເລກໂຕນິກ ເຍີນຈິ໊ ຈັດພິທີສະຫຼຸບ ແລະ ມອບລາງວັນ ໂປຼແກຼມ “9999 ບຸນເຕັດ” (9999 Tet).

ພິທີສະຫຼຸບແລະມອບລາງວັນໂປຼແກຼມ “9999 ບຸນເຕັດ” - ảnh 1 ພິທີສະຫຼຸບແລະມອບລາງວັນໂປຼແກຼມ “9999 ບຸນເຕັດ”

(ພາບ: TTXVN)

ນີ້ແມ່ນປີທຳອິດລາງວັນໄດ້ມອບໃຫ້ບັນດາໝູ່ຄະນະ, ສ່ວນບຸກຄົນທີ່ໄດ້ປະກອບຄຳເຫັນດ້ານເນື້ອໃນ, ເຕັກໂນໂລຊີ, ການອອກແບບ… ໃຫ້ໂປຼແກຼມ “9999 ບຸນເຕັດ” ແລະ ບັນດາທ້ອງຖິ່ນມີຈຳນວນຜູ້ລົດໂປຼແກຼມ ຫຼາຍທີ່ສຸດ, ລາງວັນດ້ວຍຍອດມູນຄ່າຂຶ້ນເຖິງ 35 ຕື້ດົງ. ນອກນັ້ນ, ຄະນະຈັດຕັ້ງຍັງມອບການກວດ, ປິ່ນປົວພະຍາດໂດຍບໍ່ເສຍຄ່າ ນັບພັນພູດ ໃຫ້ຜູ້ທຸກຍາກ ແລະ ທຶນສົ່ງເສີມການຮຽນໃຫ້ນັກຮຽນ, ນັກສຶກສາ.

        ເພື່ອແນໃສ່ຕອບສະໜອງຄວາມຕ້ອງການດ້ານວັດທະນະທຳທາງດ້ານຈິດໃຈຂອງປະຊາຊົນ ເນື່ອງໃນໂອກາດບຸນເຕັດປີກຸນ 2019, AIC Group ໄດ້ສ້າງ ແລະ ສະເໜີຕົວໂປຼແກຼມ “9999 ບຸນເຕັດ” ດ້ວຍເນື້ອໃນອຸດົມສົມບູນຫຼາຍຢ່າງ, ແທດຈິງ, ການນຳໃຊ້ຢ່າງສະດວກໃນບັນດາໂທລະສັບມືຖືທີ່ໃຊ້ລະບົບ Androi ແລະ IOS. ໃນເວລາ 2 ອາທິດຂອງບຸນເຕັດປີກຸນ 2019, ໂປຼແກຼມ “9999 ບຸນເຕັດ” ບາງເທື່ອຖືກຈັດໃນ top 1 ແລະ ຍາມໃດກໍ່ນອນໃນ top 5 ຈຳນວນໂປຼແກຼມ ບັນເທິງຂອງທັງ 2 ລະບົບ Androi ແລະ IOS, ດ້ວຍຈຳນວນຜູ້ລົດໂປຼແກຼມ ເກືອບ 1 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ