ພິທີສະຫລຸບຄະນະຫວຽດນາມເຂົ້າຮ່ວມການເສັງສີມືແຮງງານອາຊຽນຄັ້ງທີ11

ພິທີສະຫລຸບຄະນະຫວຽດນາມເຂົ້າຮ່ວມການເສັງສີມືແຮງງານອາຊຽນຄັ້ງທີ11 - ảnh 1
ພິທີສະຫລຸບຄະນະ ຫວຽດນາມ ເຂົ້າຮ່ວມ
ການເສັງສີມືແຮງງານອາຊຽນຄັ້ງທີ11

(vovworld) – ​ ​ ຕອນ​ຄ່ຳ​ວັນ​ທີ 10/11 ຢູ່ ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຈັດ​ຕັ້ງ​ພິທີ​ສະຫລຸບ​ຄະນະ ຫວຽດນາມ ​ເຂົ້າ​ຮ່ວມ​ການ​ເສັງ​ສີມື​ແຮງ​ງານ ອາ​ຊຽນ ຄັ້ງ​ທີ 11 ຂອງທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ. ດ້ວຍ​ຫົວ​ຂໍ້ “ທັກ​ສະອາຊີບ​ໃຫ້ອະນາ​ຄົດທີ່​ສົດ​ໃສ” ການ​ເສັງ​ສີມື​ແຮງ​ງານ ອາ​ຊຽນ ຄັ້ງ​ທີ 11 ປີ 2016 ດຳ​ເນີນ​​ໄປ​ຢູ່​ນະຄອນຫລວງ ກົວ​ລາ​ລຳ​ເປີ (ມາ​ເລ​ເຊຍ) ​ໃນ​ລະຫວ່າງ​ວັນ​ທີ 19 – 29/09/2016. ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ສອບ​ເສັງ 280 ຄົນທີ່​ມາ​ຈາກ 9 ປະ​ເທດ​ໃນ​ກຸ່ມ ອາ​ຊຽນ (​ເບຣູ​ເນ ບໍ່​ເຂົ້າ​ຮ່ວມ), ​​ເຊິ່ງແຂ່ງຂັນກັນ​ໃນ 25 ອາຊີບ. ຄະນະ ຫວຽດນາມ ຈັດ​ອັນ​ດັບ​ທີ 3 ຖັດຈາກ ມາ​ເລ​ເຊຍ ​ແລະ ອິນ​ໂດ​ເນ​ເຊຍ ດ້ວຍ​ຫຼຽນ​ຄຳ 10 ຫຼຽນ, ຫຼຽນ​ເງິນ 5 ຫຼຽນ, ຫຼຽນ​ທອງ 4 ຫຼຽນ ​ແລະ ​ໃບ​ຢັ້ງຢືນ​ສີມື​ແຮງ​ງານ​ດີ​ເດັ່ນ 15 ​ໃບ.

        ທີ່​ພິທີ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິງ, ທ່ານ ດາວງອກ​ຢຸງ ລັດຖະມົນຕີ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ແລະ​ ບັນດາ​ຜູ້​ແທນ​ໄດ້​ມອບ​ໃບ​ຍ້ອງຍໍຂອງ​ນາຍົກລັດຖະມົນຕີ, ​ໃບ​ຍ້ອງຍໍ​ຂອງ​ລັດຖະມົນຕີ​ກະຊວງແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ​ໃບ​ຍ້ອງ​ຍໍ​ຂອງສະຫະພັນ​ໃຫຍ່ແຮງ​ງານ​ ຫວຽດນາມ, ກາ​ໝາຍ “​ໄວ​ໜຸ່ມ​ປະດິດ​ສ້າງ” ຂອງ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ ​ໃຫ້​ບັນດາ​ໝູ່​ຄະນະ, ບຸກຄົນ​ທີ່​ມີ​ຜົນງານ​ດີ​ເດັ່ນ, ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ຄະນະ ຫວຽດນາມ ທີ່​ການ​ເສັງ​ສີມື​ແຮງ​ງານ ອາ​ຊຽນ ຄັ້ງ​ທີ 11.

 

ຂ່າວ/ບົດ​ອື່ນ