ພິທີສະຫລຸບແລະມອບລາງວັນປະດິດສ້າງວິທະຍາສາດເຕັກໂນໂລຊີຫວຽດນາມປີ2016

(VOVWORLD) -ເນື່ອງໃນໂອກາດສະເຫລີມສະຫລອງ 25 ປີແຫ່ງວັນສ້າງຕັ້ງກອງທຶນຫນູນຊ່ວຍການປະດິດສ້າງເຕັກນິກຫວຽດນາມ, ຕອນຄ່ຳວັນທີ 16 ພຶດສະພາ ຢູ່ ຮ່າໂນ້ຍ ໄດ້ດຳເນີນພິທີສະຫລຸບ ແລະ ມອບລາງວັນປະດິດສ້າງວິທະຍາສາດ, ເຕັກໂນໂລຊີຫວຽດນາມ ປີ 2016. 

ພິທີສະຫລຸບແລະມອບລາງວັນປະດິດສ້າງວິທະຍາສາດເຕັກໂນໂລຊີຫວຽດນາມປີ2016 - ảnh 1 ພິທີມອບລາງວັນປະດິດສ້າງວິທະຍາສາດ, ເຕັກໂນໂລຊີ

ພາບ:ອີນເຕີແນັດ

ບັນດາກິດຈະກຳຍາດໄດ້ລາງວັນປີ 2016 ແມ່ນສຸມໃສ່ເຂົ້າໃນບັນດາກິດຈະກຳປາຍແຫລມ. ກ່າວຄຳເຫັນທີ່ພິທີມອບລາງວັນ, ສາດສະດາຈານ, ສະມາຊີກສະພາມະຫາບັນດີດ ດັ້ງຫວູມີນ, ປະທານສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ, ຫົວຫນ້າຄະນະຈັດຕັ້ງພິທີມອບລາງວັນ ໄດ້ເນັ້ນຫນັກວ່າ:

        “ໃນຕະຫລອດຊຸມປີຜ່ານມາ, ພິທີມອບລາງວັນປະດິດສ້າງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ດຶງດູດນັກວິທະຍາສາດ ແລະ ເຕັກໂນໂລຊີທີ່ມາຈາກບັນດາສະຖາບັນຄົ້ນຄ້ວາ, ມະຫາວິທະຍາໄລ, ວິສາຫະກິດພາຍໃນປະເທດເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ມາຮອດປະຈຸບັນ, ກອງທຶນ Vifotec ໄດ້ຈັດຕັ້ງພິທີມອບລາງວັນປະດິດສ້າງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ 22 ຄັ້ງປະສົບຜົນສຳເລັດ. ຜູ້ໄດ້ຮັບລາງວັນ ແມ່ນຜູ້ທີ່ມີບັນດາຜົນງານດີເດັ່ນໃນການເຄື່ອນໄຫວປະດິດສ້າງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ໄດ້ຜ່ານຜ່າຄວາມຫຍຸ້ງຍາກນາໆປະການເພື່ອນຳບັນດາກິດຈະກຳຄົ້ນຄ້ວາເຂົ້າໃນການຜະລິດ ແລະ ຊີວິດຕົວຈິງ.”

ຕອບກັບ

ຂ່າວ/ບົດ​ອື່ນ