ພິທີສະເຫນີຕົວ “ປື້ມບັນທຶກ Dang Thuy Tram ” ເປັນພາສາລັດເຊຍ

ພິທີສະເຫນີຕົວ “ປື້ມບັນທຶກ Dang Thuy Tram ” ເປັນພາສາລັດເຊຍ - ảnh 1
ປື້​ມບັນທຶກ​ Dang Thuy Tram
ພາບ:internet


(vovworld) - ວັນທີ 24/7 ຢູ່ ຮ່າ​ໂນ້ຍ, “ປື້​ມບັນທຶກ​ Dang Thuy Tram ” ​ເປັນພາສາ​ລັດ​ເຊຍ ​ໄດ້​ອອກ​ສະ​ເຫ​ນີຕົວຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ສ​ະບັບໄດ້​​ແປປັນ​ພາສາ​ຕ່າງປະ​ເທດ​ທີ 18 ຂອງ​ປື້​ມບັນທຶກ Dang Thuy Tram. ປື້​ມບັນທຶກ Dang Thuy Tram ​​ເປັນພາສາ​ລັດ​ເຊຍ ​ໂດຍ​ແມ່ນ​ດອກ​ເຕີ​ອັກສອນສາດ Anatoli Sokolov ສັງກັດສະ​ຖາ​ບັນຕາ​ເວັນ​ອອກ ຂອງ​ລັດ​ເຊຍ, ດອກ​ເຕີ Le Van Nhan ອະ​ດີດ​ຫົວຫນ້າ​ພະ​ແນ​ກພາສາ​ລັດ​ເຊຍ, ສັງກັດ​ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ ຮ່າ​ໂນ້ຍ ຮ່ວມ​ມື​ກັນ​ແປປື້​ມບັນທຶກ Dang Thuy Tram ດ້ວຍ​ຊື່​ເປັນ​ພາສາ​ລັດ​ເຊຍ ​ແມ່ນ“ປື້​ມບັນທຶກ​ຂອງ​ທ່ານໝໍ​ຜູ້​ຫນຶ່ງ​ໃນ​ສົງຄາມ”. ​ເຂົ້າ​ຮ່ວມ​ພິທີ​ສະ​ເຫ​ນີຕົວ ມີ​ທ່ານ Uong Chu Luu ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ແລະ ການ​ນຳ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ, ຜູ້ຕາງຫນ້າ​ສະຖານທູດ​ລັດ​ເຊຍ, Belarus, Ucraina ​ແລະ ຜູ້​ທີ່​ຮັກ​ແພງ​ທ່ານໝໍ Dang Thuy Tram ​ເຂົ້າຮ່ວມ​​ເປັນ​ຈຳນວນ​ຫລວງຫລາຍ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ G. Antonov ທີ່​ປຶກສາ​ສະຖານທູດ ລັດ​ເຊຍ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ມື້​ນີ້ ຂ້າພະ​ເຈົ້າ​ມີ​ຄວາມ​ຮູ້ສຶກ​​ທັງໂສກ​ເສົ້າ ​ແລະ ມ່ວນ​ຊື່ນ ​ເພາະວ່າ ພວກ​ເຮົາ​ລ້ວນ​ແຕ່​ຮູ້​ໄດ້​ວ່າ ປື້​ມຫົວ​ນີ້​ແມ່ນ​ເວົ້າ​ເຖິງ​ຄວາມ​ຫຍຸ້ງຍາກ, ລຳບາກ ຊຶ່ງ​ປະ​ເທດ ຫວຽດນາມ ​ໄດ​ຜ່ານ​ຜ່າ​ໃນ​ຊຸມ​ວັນ​ເດືອນ​​ເກີດ​ສົງ​ຄາມ. ນອກ​ນັ້ນ ພວກ​ຂ້າພະ​ເຈົ້າ​ຢາກ​ເວົ້າ​ວ່າ: ພວກ​ເຮົາ​ທັງ​ໝົດ​ຕ້ອງ​ຄິດ​ເຖິງ​ວິລະ​ກຳ​ຊຶ່ງ​ປະຊາຊົນ ຫວຽດນາມ ​ໄດ້​ສ້າງ​ຂຶ້ນ ຊຶ່ງ​ຫນຶ່ງ​ໃນ​ຕົວ​ແທນ​ນັ້ນ​ແມ່ນ​ນາງ Dang Thuy Tram.

ຂ່າວ/ບົດ​ອື່ນ