ພິທີສະເຫນີຕົວສູນແມ່ຍິງໃນຂົງເຂດການເມືອງແລະການປົກຄອງ

ພິທີສະເຫນີຕົວສູນແມ່ຍິງໃນຂົງເຂດການເມືອງແລະການປົກຄອງ - ảnh 1
ພິທີ​ສະ​ເຫ​ນີຕົວ​ສູນ​ແມ່ຍິງ​ໃນ​ຂົງ​ເຂດ​ການ​ເມືອງ ​ແລະ ການ​ປົກຄອງ
ພາບ: internet


(vovworld)-​​ຕອນ​ເຊົ້າ​ວັນ​ທີ 19/6, ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນ​ການ​ເມືອ​ງການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈິ​ມີນ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫ​ນີຕົວ​ສູນ​ແມ່ຍິງ​ໃນ​ຂົງ​ເຂດ​ການ​ເມືອງ ​ແລະ ການ​ປົກຄອງ(WiPPa). ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນທິຢວານ  ຖື​ວ່າ: ​ການ​ສ້າງ​ຕັ້ງ​ສູນ​ດັ່ງກ່າວ​ເປັນ​ຂີດ​ໝາຍ​ພິ​ເສດ ​ເພາະວ່າ ​ແມ່ຍິງ​ຫວຽດນາມ ນັບ​ມື້​ນັບ​ມີ​ບົດບາດ​ສຳຄັນ​ໃນ​ວິວັດ​ການ​ສ້າງ ​ແລະ ພັດທະນາ​ປະ​ເທດ​ຊາດ ​ແມ່ນ​​ແຫລ​່ງກຳລັງ​ຂອງ​ຊາດ.

        “ຂ້າພະ​ເຈົ້າ​ສະ​ເຫ​ນີຄະນະ​ອຳນວຍ​ການ​ສະ​ຖາ​ບັນ​ພ້ອມ​ກັບ​ໝູ່​ຄະນະ​ການ​ນຳ​ສູນ​ແມ່ຍິງ​ສ້າງ​ຍຸດ​ທະ​ສາດ​ພັດທະນາ ​ແລະ ວິວັດ​ການ​ປະຕິບັດ​ບັນດາ​ຫນ້າ​ທີ່​ບຳລຸງ​ສ້າງ ​ແລະ ຄົ້ນຄວ້າ​ຂົນຂວາຍ​ນະ​ໂຍບາຍ, ​ແບ່ງປັນ ​ແລະ ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​ບັນດາ​ການ​ນຳ​ຍິງ​ພາຍ​ໃນ ​ແລະ ສາກົນ​ໂດຍ​ໄວ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ສູນ​ດັ່ງກ່າວ​ຈະ​ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ຄວາມ​ສະ​ເຫມີ​ພາບ​ລະຫວ່າງ​ຍິງ​ຊາຍ ​ແລະ ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດການ​ນຳພາ​ຂອງ​ແມ່ຍິງ.”

ຂ່າວ/ບົດ​ອື່ນ