ພິທີສະເຫຼີມສະຫຼອງ 100 ປີ ວັນຄ້າຍວັນເກີດ ອະດີດເລຂາທິການໃຫຍ່ Nguyen Van Cu

ພິທີສະເຫຼີມສະຫຼອງ 100 ປີ ວັນຄ້າຍວັນເກີດ ອະດີດເລຂາທິການໃຫຍ່ Nguyen Van Cu - ảnh 1
ພາບປະກອບ

(vovworld) - ຕອນ​ເຊົ້າ​ວັນ​ທີ 8/7, ຢູ່​ນະຄອນ ບັກ​ນິງ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ປະທານ​ປະ​ເທດ, ສະພາ​ແຫ່ງ​ຊາດ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ​ແຂວງ ບັກ​ນິງ ​ໄດ້​ຈັດ​ຕັ້ງ​ພິທີ​​ໂຮມ​ຊຸມນຸມ​ສະຫຼອງ 100 ປີ ​ແຫ່ງວັນ​ຄ້າຍ​ວັນ​ເກີ​ດອະດີ​ດ​ເລຂາທິການ​ໃຫຍ່ Nguyen Van Cu ( 9/7/1912). ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນ​ນິດ​ຫວຽດນາມ Nguyen Phu Trong ​ໄດ້​ຊີ້​ແຈ້ງ​ເຖິງ​ການ​ອຸທິດສ່ວນ​ຢ່າງ​ໃຫຍ່​ຫຼວງ​ ​ແລະ ການ​ເສຍສະຫຼະ​ຊີວິດ​ຢ່າງ​ພິລະ​ອາດ​​ຫານຂອງອະດີ​ດ​ເລຂາທິການໃຫຍ່ Nguyen Van Cu, ອັນ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ໄຊຊະນະ​ປະຫວັດສາດ ​ແລະ ​ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ຂອງ​ພັກ. ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນ​ນິດ​ຫວຽດນາມ Nguyen Phu Trong ຊີ້​ແຈ້ງວ່າ, ​ໃນ​ສະພາບ​ການ​ປະຈຸ​ບັນ, ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ປະຊາຊົນ​ທັງ​ຊາດ​ຕ້ອງ​ອອກ​ແຮງ​ຮຳ່ຮຽນ, ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຂອງອະດີ​ດ​ເລຂາທິການໃຫຍ່ Nguyen Van Cu

        ”ຮຳ່ຮຽນ​ຕາມ​ແບບຢ່າງ​ຄຸນສົມບັດ, ປັນຍາ, ຄຸນ​ນະ​ທາດ​ດ້ານ​ການ​ເມືອງ ​ແລະ ຈີນ​ຕະນາ​ການ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ຂອງອະດີ​ດ​ເລຂາທິການ ໃຫຍ່ Nguyen Van Cu, ພວກ​ເຮົາ​ໝັ້ນ​ໝາຍ​ຈະ​ຍົກ​ສູງ​ເຈດ​ຈຳນົງ​ປະຕິວັດ,ສູ້​ຊົນ​ດ້ວຍ​ຄວາມ​ຕື່ນ​ຕົວ, ຫຼໍ່​ຫຼອມ​ຄຸນສົມບັດ​ຂອງ​ນັກ​ກອມ​ມູນິດ, ພວກ​ເຮົາ​ຍູ້​ແຮງ​ການ​ກໍ່ສ້າງ, ປັບປຸງ​ພັກ, ​ເດັດ​ດຽວ​ຕໍ່ສູ້​ຕ້ານ​ທຸກ​ປະກົດ​ການ​ເສື່ອ​ມທາດ​ເສຍ​ຄຸນ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ, ຕໍ່ສູ້​ຕ້ານ​ລັດທິ​ສ່ວນ​ບຸກຄົນ, ​ໄພ​ອາດຍາ​ສິດ, ສໍ້​ລາດ​ບັງ​ຫຼວງ, ພັກ​ຝ່າຍ, ກໍ່ສ້າງ​ພັກ​ໃຫ້​ນັບ​ມື້​ນັບ​ປອດ​ໄສ, ໝັ້ນຄົງ, ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນກັບ​ປະຊາຊົນ”.

 

ຂ່າວ/ບົດ​ອື່ນ