ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 100 ປີ​ແຫ່ງວັນ​ທັງ​ລອງ-ຮ່າ​ໂນ້ຍ

(VOVWORLD) -ຕອນຄ່ຳວັນທີ 10 ຕູລາ, ອົງຄະນະພັກ, ສະພາປະຊາຊົນ, ຄະນະກຳມະການ ປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງ 1010 ປີແຫ່ງວັນທັງລອງ - ຮ່າໂນ້ຍ (1010 – 2020) ຂຶ້ນຢ່າງສົມກຽດ.

ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 100 ປີ​ແຫ່ງວັນ​ທັງ​ລອງ-ຮ່າ​ໂນ້ຍ - ảnh 1 ພິທີສະເຫຼີມສະຫຼອງ 100 ປີແຫ່ງວັນທັງລອງ-ຮ່າໂນ້ຍ

(ພາບ: VGP)

ເຂົ້າຮ່ວມພິທີມີທ່ານ ເຈິ່ງກວ໊ກເວື້ອງ, ຜູ້ປະຈຳການຄະນະເລຂາ; ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໊ອງ; ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ມິງ ແລະ ການນຳບັນດາກະຊວງ, ຂະແໜງການ, ໝູ່ຄະນະຂັ້ນສູງກາງ ແລະ ຮ່າໂນ້ຍ.

ທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ດ້ວຍມູນເຊື້ອແຫ່ງອະລິຍະທຳ, ວິລະຊົນ, ສັນຕິພາບ, ມິດຕະພາບ ແລະ ຍາມໃດກໍ່ຮັກສາຄຸນຄ່າວັດທະນະທຳເປັນແກ່ນສານ, ຖືລັກສະນະນຳພາ, ຊ່ວຍທັງລອງ - ຮ່າໂນ້ຍ ຍື່ນຍົງຄົງຕົວຕະຫຼອດໄປ ແລະ ພັດທະນາຢ່າງຮຸ່ງເຮືອງເຫຼືອງເຫື້ຼອມ. ຊາວຮ່າໂນ້ຍ ໃນປະຈຸບັນ ມີໜ້າທີ່ຕ້ອງເຄົາລົບ, ອະນຸລັກຮັກສາ, ສືມທອດບັນດາຄຸນຄ່າທີ່ສັກກະລະບູຊານັ້ນ, ເສີມຂະຫຍາຍໃຫ້ຂຶ້ນສູ່ລະດັບສູງໃໝ່ໃນຍຸກສະໄໝໂຮ່ຈີມິນ ແລະ ສືບທອດໃຫ້ລຸ້ນລູກຫຼານໃນອະນາຄົດ. ອົງຄະນະພັກ ແລະ ປະຊາຊົນທຸກຊັ້ນວັນນະຂອງນະຄອນຫຼວງໝັ້ນໝາຍວ່າ ຈະສາມັກຄີເປັນຈິດໜຶ່ງໃນດຽວກັນ, ປະກອບພູມປັນຍາ ແລະ ກຳລັງຄວາມສາມາດເພື່ອສ້າງນະຄອນຫຼວງໃຫ້ນັບມື້ນັບຮັ່ງມີ, ສວຍງາມ, ທັນສະໄໝ, ທຽບເທົ່າກັບບັນດານະຄອນຂອງຫຼາຍປະເທດໃນໂລກ.

 

ຕອບກັບ

ຂ່າວ/ບົດ​ອື່ນ