ພິທີສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດທ່ານອະດີດເລຂາທິການໃຫຍ່ເລຢວນ

ພິທີສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດທ່ານອະດີດເລຂາທິການໃຫຍ່ເລຢວນ - ảnh 1
(ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 110 ປີ​ແຫ່ງວັນ​ຄ້າຍ​ວັ​ນ​ເກີດ​ທ່ານ​ອະ​ດີ​ດ​ເລ​ຂາ​ທິ​ການ​ໃຫຍ່​ເລ​ຢວນ​)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 07/04, ຢູ່​ນະ​ຄອນ​ດົງ​ຮ່າ, ຄະ​ນະ​ພັກ, ສະ​ພາ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ແນ​ວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແຂວງກວາງ​ຈີ້ ໄດ້​ຈັດ​ພິ​ທີ​ສະ​ເຫຼີມສະ​ຫຼອງ 110 ປີ​ແຫ່ງວັນ​ຄ້າຍ​ວັ​ນ​ເກີດ​ທ່ານ​ອະ​ດີ​ດ​ເລ​ຂາ​ທິ​ການ​ໃຫຍ່​ເລ​ຢວນ (07/04/1907 – 07/04/2017). ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ​ມີ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ້ອງ; ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ; ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ ດິງ​ເທີ໋​ຮີນ; ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈ​ືອງ​ຮ່ວາ​ບິ່ງ ພ​້ອມ​ກັບ​ບັນ​ດາ​ອະ​ດີດ​ການ​ນຳ​ພັກ, ລັດ; ຍາດ​ຕິ​ພີ່​ນ້ອງ​ຄອບ​ຄົວທ່ານ​ອະ​ດີ​ດ​ເລ​ຂາ​ທິ​ການ​ໃຫຍ່​ເລ​ຢວນ. ​ກ່າ​ວ​ສູນ​ທອນ​ພົດ​ສະ​ເຫຼີມ​ສະ​ຫຼອງ, ທ່ານ​ເລ​ຂາ​ຄະ​ນະ​ພັກ​ແຂວງກວາງ​ຈີ້ ຫງວຽນ​ແມ້ງ​ຮຸ່ງ ເນັ້ນ​ໜັກ​ວ່າ: ທ່ານ​ອະ​ດີ​ດ​ເລ​ຂາ​ທິ​ການ​ໃຫຍ່ ​ເລ​ຢວນ ແມ່ນ​ລູກ​ສິດ​ດີ​ເລີດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ, ແມ່ນ​ການ​ນຳ​ດ​ີ​ເດັ່ນ​ຂອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ.

        “ກ​ວ່າເຄິ່ງ​ສະ​ຕະ​ວັດ​ທີ່​ໄດ້​ເຄື່ອນ​ໄຫວ​ຢ່າງ​ລຽນ​ຕິດ​, ບໍ່​ຮູ​້​ອິດບໍ່​ຮູ້​ເມື່ອຍ​ເພື່ອ​ພາ​ລະ​ກິດ​ປະ​ຕິ​ວັດ​ອັນ​ສະ​ຫງ່າ​ລາ​ສີ​ຂອງ​ພັກ ແລະ ຂອງ​ຊາດ​ຫວຽດ​ນາມ, ທ່ານອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລຢວນ ໄດ້​ປະ​ໄວ້​ໃຫ້​ພວກ​ເຮົາ​ມູນ​ມໍ​ລ​ະ​ດົກ​ອັນ​ລ້ຳ​ຄ່າ, ເປັນ​ແບບ​ຢ່າງ​ຂອງ​ນັກ​ຮົບ​ກອມ​ມູ​ນິດ. ນັ້ນ​ແມ່ນ​ຄວາມ​ຈົ່ງ​ຮັກ​ພັກ​ດີ​ກັບ​ປະ​ເທດ​ຊາດ, ກັບ​ປະ​ຊາ​ຊົນ, ຮັບ​ໃ​ຊ້​ປະ​ເທດ​ຊາດ​ຕະ​ຫຼອດ​ຊີ​ວິດ, ຮັບ​ໃຊ້​ປະ​ຊາ​ຊົນ, ແມ່ນ​ເຈດ​ຈຳ​ນົງ​ການ​ປະ​ຕິ​ວັດ​ຢ່າງ​​ເຖິງ​ຖອງ, ກ້າວ​ຂຶ້ນ​ຢ່າງບໍ່​ຢຸດຢັ້ງ​ອຸ​ດົມ​ການກອມ​ມູ​ນິດ. ນັ້ນ​ແມ່ນຍອດ​ສູງ​ແຫ່ງ​ພູມ​ປັນ​ຍາ, ຄວາມ​ເກ​ັ່ງ​ກ້າ​ສາ​ມາດ​ໃນ​ການ​ຈັດ​ຕັ້ງ, ວິ​ທີ​ການ​ປະ​ຕິ​ວັດ​​ຢ່າງ​ມີວິ​ທະ​ຍາ​ສາດ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ມັກ​ຮ່ຳ​ມັກ​ຮຽນ, ເຈືອ​ຈານ, ໃກ້​ຊິດ​ສະ​ໜິດ​ສະ​ໜົມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ, ເພື່ອນ​ມິດສະ​ຫາຍ…”

        ​ກ່ອນ​ໜ້ານັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ໄດ້​ພ້ອມ​ກັບ​ຄະ​ນະ​ການ​ນຳ​ພັກ, ລັດ, ຄະ​ນະ​ພັກ, ສະ​ພາ​ປະ​ຊາ​ຊົນ…. ໄດ້​ໄປ​ຖະ​ຫວາຍດອກ​ໄມ້​​ທູບ​ທຽນ​ບູ​ຊາຢູ່​ອະ​ນຸ​ສາ​ວະ​ລີທ່ານ​ອະ​ດີ​ດ​ເລ​ຂາ​ທິ​ການ​ໃຫຍ່​ເລ​ຢວນ ຢູ່​ໃຈ​ກາງ​ນະ​ຄອນ​ດົງ​ຮ່າ.


ຕອບກັບ

ຂ່າວ/ບົດ​ອື່ນ