ພິທີສະເຫຼີມສະຫຼອງ 110 ປີແຫ່ງວັນສ້າງຕັ້ງແຂວງ ລາຍເຈົາ

(VOVWORLD) - ທ່ານ ເຈິ່ນກວກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ຕາງໜ້າການນຳພັກ, ລັດມອບຫຼຽນໄຊເອກະລາດຊັ້ນ 1 ໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງ ລາຍເຈົາ.

ຕອນຄ່ຳວັນທີ 05 ຕຸລາ, ທີ່ສະໜາມຫລວງປະຊາຊົນແຂວງ ລາຍເຈົາ, ນະຄອນ ລາຍເຈົາ, ແຂວງ ລາຍເຈົາ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 110 ປີແຫ່ງວັນສ້າງຕັ້ງແຂວງ ລາຍເຈົາ (1909 - 2019), 70 ປີແຫ່ງວັນສ້າງຕັ້ງອົງຄະນະພັກແຂວງ (1949 - 2019) ແລະ ຕ້ອນຮັບຫຼຽນໄຊເອກະລາດຊັ້ນ 1.

ພິທີສະເຫຼີມສະຫຼອງ 110 ປີແຫ່ງວັນສ້າງຕັ້ງແຂວງ ລາຍເຈົາ - ảnh 1 ພິທີສະເຫຼີມສະຫຼອງ 110 ປີແຫ່ງວັນສ້າງຕັ້ງແຂວງ ລາຍເຈົາ

        ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ຕາງໜ້າການນຳພັກ, ລັດ, ທ່ານ ເຈິ່ນກວກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ອວຍພອນ ແລະ ຍ້ອງຍໍບັນດາຜົນງານເຊິ່ງອົງຄະນະພັກ ແລະ ປະຊາຊົນບັນດາເຜົ່າແຂວງ ລາຍເຈົາ ບັນລຸໄດ້ໃນໄລຍະຜ່ານມາ. ໃນໄລຍະຈະມາເຖິງ, ທ່ານ ເຈິ່ນກວກເວື້ອງ ສະເໜີວ່າ ແຂວງ ລາຍເຈົາ ຄວນສືບຕໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນທ່າໄດ້ປຽບ, ດຶງດູດບັນດາແຫຼ່ງກຳລັງ, ພັດທະນາແບບຍືນຍົງທີ່ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ປ້ອງກັນຕ້ານ ແລະ ຫລຸດຜ່ອນໄພທຳມະຊາດ; ຖືເປັນສຳຄັນການພັດທະນາກະສິກຳສຸມໃສ່ສິນຄ້າທີ່ນຳໃຊ້ເຕັກໂນໂລຊີສູງ, ການປຸງແຕ່ງຜະລິດຕະພັນກະເສດ, ຕິດພັນກັບການກໍ່ສ້າງຊົນນະບົດໃໝ່…ພັດທະນາເສດຖະກິດ - ສັງຄົມ ຕິດພັນກັບການຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຮັກສາດ້ານການເມືອງເປັນປົກກະຕິໃນທຸກກໍລະນີໃຫ້ໝັ້ນຄົງ; ສ້າງທ່າຮົບປ້ອງກັນຊາດ ຕິດພັນກັບທ່າຮົບປ້ອງກັນຄວາມສະຫງົບແຫ່ງຊາດໃນທົ່ວປວງຊົນ, ກໍ່ສ້າງເຂດປ້ອງກັນໃຫ້ໝັ້ນຄົງ; ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຕິດພັນກັບການສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືເປັນປົກກະຕິຍາວນານ.

        ເນື່ອງໃນໂອກາດນີ້, ທ່ານ ເຈິ່ນກວກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ຕາງໜ້າການນຳພັກ, ລັດມອບຫຼຽນໄຊເອກະລາດຊັ້ນ 1 ໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງ ລາຍເຈົາ.

 

ຕອບກັບ

ຂ່າວ/ບົດ​ອື່ນ