ພິທີສະເຫຼີມສະຫຼອງ 20 ປີລາງວັນວິທະຍາສາດເຕັກໂນໂລຊີ ໜ່ວຍມົນຄຳ

(VOVWORLD) - ມີຜູ້ມີຄວາມເກັ່ງກ້າສາມາດໜຸ່ມ 10 ຄົນໄດ້ຮັບລາງວັນດັ່ງກ່າວ. ລາງວັນນັກສຶກສາຍິງ ວິທະຍາສາດ ເຕັກໂນໂລຊີ ຫວຽດນາມ ໄດ້ມອບໃຫ້ນັກສຶກສາຍິງ 20 ຄົນທີ່ຄົ້ນຄ້ວາວິທະຍາສາດດີເດັ່ນ.
ພິທີສະເຫຼີມສະຫຼອງ 20 ປີລາງວັນວິທະຍາສາດເຕັກໂນໂລຊີ ໜ່ວຍມົນຄຳ - ảnh 1ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ກ່າວຄຳເຫັນທີ່ພິທີ

ຕອນຄ່ຳວັນທີ 27 ຕຸລາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ສົມທົບກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດພິທີສະເຫຼີມສະຫຼອງ 20 ປີລາງວັນວິທະຍາສາດ ເຕັກໂນໂລຊີ ໜ່ວຍມົນຄຳ ແລະ ມອບບັນດາລາງວັນວິທະຍາສາດ ເຕັກໂນໂລຊີ.

        ມີຜູ້ມີຄວາມເກັ່ງກ້າສາມາດໜຸ່ມ 10 ຄົນໄດ້ຮັບລາງວັນດັ່ງກ່າວ. ລາງວັນນັກສຶກສາຍິງ ວິທະຍາສາດ ເຕັກໂນໂລຊີ ຫວຽດນາມ ໄດ້ມອບໃຫ້ນັກສຶກສາຍິງ 20 ຄົນທີ່ຄົ້ນຄ້ວາວິທະຍາສາດດີເດັ່ນ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ເນັ້ນໜັກວ່າ:

        “ສູນກາງຊາວໜຸ່ມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບ ແລະ ອິດທິພົນຊື່ສຽງຂອງລາງວັນ, ຕິດພັນກັບຄວາມຮຽກຮ້ອງຕ້ອງການແຫ່ງການພັດທະນາໃນຕໍ່ໜ້າ ແລະ ໄລຍະຍາວຂອງປະເທດຊາດ; ພ້ອມນັ້ນ, ໄປທັນກັບທ່າອ່ຽງແຫ່ງການພັດທະນາວິທະຍາສາດ, ເຕັກໂນໂລຊີໃນໂລກ. ຜ່ານການເຊີດຊູບັນດາຜູ້ມີຄວາມເກັ່ງກ້າສາມາດໜຸ່ມໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ເພື່ອຊຸກຍູ້ນ້ຳໃຈຮັກຊາດ, ຄວາມມຸ່ງມາດປາດຖະໜາອຸທິດສ່ວນ, ມີສະຕິຄວາມຮັບຜິດຊອບກັບວົງຄະນະຍາດ; ແຜ່ຂະຫຍາຍນ້ຳໃຈມັກຮ່ຳຮຽນ, ເສີມຂະຫຍາຍກຳລັງຄວາມສາມາດ, ຄວາມເມົາມົວ, ປະດິດຄິດສ້າງໃນໄວໜຸ່ມ ຫວຽດນາມ”.

 

ຕອບກັບ

ຂ່າວ/ບົດ​ອື່ນ