ພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງສະພາທິດສະດີສູນກາງ

ພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງສະພາທິດສະດີສູນກາງ - ảnh 1
ບັນ​ດາ​ການ​ນຳ​ພັກ, ລັດ​ເຂົ້າ​ຮ່ວມ​ພິ​ທີ
(ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) - ຕອນ​ເຊົ້າ​ວັນ​ທີ 22/10, ຢູ່ ຮ່າ​ໂນ້ຍ, ສະພາ​ທິດ​ສະ​ດີ​ສູນ​ກາງຈັດ​ຕັ້ງພິທີ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ (1996-2016) ​ແລະ ຕ້ອນຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ​ໜຶ່ງ. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ, ທ່ານ​ດິງ​ເທ໋ຮວີນ, ຜູ້​ປະຈຳການ​ຄະນະ​ເລຂາ, ພ້ອມ​ກັບ​ການ​ນຳ​ບາງ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ.

ກ່າວ​ຄວາມ​ເຫັນນະ​ພິທີ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ, ບົນ​ເສັ້ນທາງ​ແຫ່ງ​ການ​ປ່ຽນ​ໃໝ່ ​ແລະ ພັດທະນາ​ຂອງ​ປະ​ເທດ​ຊາດ, ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ​ທີ່​ຈຳ​ເປັນ​ຕ້ອງສຸມ​ໃສ່​ແກ້​ໄຂ ​ເພື່ອ​ນຳ​ປະ​ເທດ​ສືບ​ຕໍ່​ພັດທະນາ. ດັ່ງ​ນັ້ນ, ສະພາ​ທິດ​ສະ​ດີ​ສູນ​ກາງ ຕ້ອງ​ປະຕິບັດ​ວຽກ​ງານ​ສະຫຼຸບ​ພຶດຕິ​ກຳ​ຕົວ​ຈິງ​​ໃຫ້​ດີກ​ວ່າ​ອີກ, ​ເພື່ອ​ເຮັດ​ແຈ້ງ​ບາງ​ບັນຫາ​ທີ່​ວາງ​ອອກ​ໃນ​ວິວັດ​ແຫ່ງ​ການ​ປ່ຽນ​ໃໝ່, ​ເພື່ອ​ກຳນົດ​ທິດ​ທາງ​ໃນ​ສະພາບ​ຕົວ​ຈິງ, ສະໜອງ​ພື້ນຖານ​ດ້ານ​ວິທະຍາສາດ​ໃຫ້​ແກ່​ການວາງ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ ​ແລະ ກົດໝາຍ​ຂອງ​ລັດ.

ນະ​ພິທີ, ຕາງໜ້າ​ການ​ນຳ​ພັກ, ລັດ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ປະດັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ​ໜຶ່ງ​ໃຫ້​ສະພາ​ທິດ​ສະ​ດີ​ສູນ​ກາງ.


ຂ່າວ/ບົດ​ອື່ນ