ພິທີສະເຫຼີມສະຫຼອງ 20ປີແຫ່ງວັນສ້າງຕັ້ງ ສາຍພົວພັນທາງ ການທູດຫວຽດ ນາມ-ສເກົາຫຼີ

ພິທີສະເຫຼີມສະຫຼອງ 20ປີແຫ່ງວັນສ້າງຕັ້ງ ສາຍພົວພັນທາງ ການທູດຫວຽດ ນາມ-ສເກົາຫຼີ  - ảnh 1

(ພາບປະກອບ:hanoimoi.com.vn)

(vovworld) - ຕອນ​​ເຊົ້າວັນ​ທີ 25/12, ຢູ່​ນະຄອນ​ໂຮ່ຈິ​ມິນ, ​ໄດ້​ຈັດ​ພິທີສະເຫຼີມ ສະຫຼອງ 20 ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດຫວຽດນາມ-​ສ​ເກົາຫຼີ  (22/12/1992-22/12/2012). ທີ່​ພິທີ, ບັນດາ​ຜູ້​ແທນ​ໄດ້​ຫວນ​ຄືນ​ການ​ພັດທະນາ​​ໃນ​ການ​ພົວພັນ​ມິດ​ຕະພາບ​ລະຫວ່າງ​ສອງ​ປະ​ເທດຫວຽດນາມ-​ສ​ເກົາຫຼີ. ສອງ​ປະ​ເທດ​ໄດ້າກ້າວ​ເຂົ້າສູ່ “ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ“ ​ໃນ ປີ 2001 ​ແລະ ຍົກ​ການ​ພົວພັນ​ຂຶ້ນ​ເປັນ “ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານຍຸດ​ທະ​ສາດ“ ​ໃນ ປີ 2009. ປະຈຸ​ບັນ, ສ​ເກົາຫຼີ​ແມ່ນ​ຄູ່ຄ້າ​ລາຍໃຫ່ຍອັນ​ດັບ​ທີ 4 ຂອງ​ຫວຽດນາມ ດ້ວຍ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃນ​ປີ 2011 ບັນລຸ​ເກືອບ 18 ຕື້​ໂດ​ລາ​ສະຫະລັດ ​ແລະ ສູ​ຊົນ​ບັນລຸ​ໄດ້ 20 ຕື້​ໂດ​ລາ​ສະຫະລັດກ່ອນ​ປີ 2015.​ ສ​ເກົາຫຼີ ຍັງ​ແມ່ນ​ປະ​ເທດ​ລົງທຶນ​ເຂົ້າຫວຽດນາມ ​ໃຫ່ຍອັນ​ດັບ​ທີ 3 ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ 24,6 ຕື້​ໂດ​ລາ​ສະຫະລັດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເຮືອ​ຫງອກ​ທ້ວນ ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ:

  “​ໃນ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ຝ່າຍ, ນະຄອນ​ໂຮ​ຈິ​ມິນ ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ທ້ອງ​ຖິ່ນ​ນຳ​ໜ້າ​ທົ່ວ​ປະ​ເທດ​ໃນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ກັບ ສ​ເຫົາ​ຫຼີ. ​ເດືອນ 11/1995, ນະຄອນ​ໂຮ່ຈິ​ມິນ ​ໄດ້​​ແຮກສ່ຽວ​ກັບ​ນະຄອນ​ບູຊາ​ນ. ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ພ້ອມ​ກັບ​ຄວາມ​ຕັດສິນ​ໃຈ​ຂອງ​ການ​ນຳ​ຂັ້ນຕ່າງໆ, ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ການ​ພົວພັນຄູ່ ຮ່ວມ​ມືຍຸດ​ທະ​ສາດ​ຫວຽດນາມ-​ສ​ເກົາຫຼີ ​ເວົ້າລວມ, ການ​ພົວພັນ​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ​-ສ​ເກົາຫຼີ ​ເວົ້າສະ​ເພາະ ຈະ​ເກີດ​ດອ​ກອອກ​ຜົນ​ຢ່າງ​ບໍ່​ຢຸດ​ຢັ້ງ

 

ຂ່າວ/ບົດ​ອື່ນ