ພິທີສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດ ຫວຽດນາມ - ອົດສະຕາລີ

ພິທີສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດ ຫວຽດນາມ - ອົດສະຕາລີ - ảnh 1
ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິນມິນ ກ່າວຄຳເຫັນນະພິທີ
(ພາບປະກອບ)

(vovworld) – ຕອນ​ຄຳ່​ວັນ​ທີ 2/3, ຢູ່ ​ໂຮງ​ລະຄອນ​ໃຫຍ່ ຮ່າ​ໂນ້ຍ ​ໄດ້​ດຳ​ເນີນພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ລະຫວ່າງ ຫວຽດນາມ - ອົດ​ສະ​ຕາ​ລີ (26/2/1973 – 26/2/2013) ດ້ວຍ​ລາຍການ​ສະ​ແດງສິລະ​ປະພິ​ເສດ ​ຂອງ​ໂຮງ​ລະຄອນ ສິລະ​ປະ​ Bangarra, ​ເຊິ່ງ​ແມ່ນ​ຫົວ​ໜ່ວຍ​ສະ​ແດງ​ສິລະ​ປະ​ອັນ​ດັບ​ໜຶ່ງ​ຂອງ ອົດ​ສະ​ຕາ​ລີ. ກ່າວ​ຄຳ​ເຫນ​ນະ​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ອົດ​ສະ​ຕາ​ລີ ປະຈຳ ຫວຽດນາມ Hugh Borrowman ຊີ້​ແຈ້ງວ່າ: ລາຍການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະ​ຫວ່າງ 2 ປະ​ເທດ ສະ​ແດງ​ໃຫ້​ເຫັນ​ຄວາມ​ໝາຍ​ຢ່າງ​ເລິກ​ເຊິ່ງກ້ວາງ​ແຂວງ ​ແລະ ​ເຂັ້ມ​ແຂງ​ຂອງສາຍ​ພົວພັນ 2 ຝ່າຍ. ສ່ວນ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທ​​ດ ຫວຽດນາມ ຟ້າ​ມບິ​ນມິນ ກໍ່​ຢັ້ງຢືນ ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ ປະຊາຊົນ 2 ປະ​ເທດ ຫວຽດນາມ ​ແລະ ອົດ​ສະ​ຕາ​ລີ ​ໄດ້​ຮັບ​ການພິສູດ ​ແລະ ນັບ​ມື້​ນັບ​ພັດທະນາ:

“ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ຢ່າງ​ແນວ​ແນ່​ວ່າ, ດ້ວຍ​ບັນດາ​ໝາກຜົນ​ອັນ​ດີງາມ​ທີ່​ບັນ​ລຸ​ມາ​ໄດ້, ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ ​ແລະ ປະຊາຊົນ 2 ປະ​ເທດ, ອະນາຄົດ​ຂອງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອົດ​ສະ​ຕາ​ລີ ຈະ​ນັບ​ມື້​ນັບ​​ແຕກ​ດອກ​ອອກ​ຜົນ, ມຸ້ງ​ໄປ​ສູ່​ລະດັບ​ສູງ​ໃໝ່, ​ເພື່ອຜົນ​ປະ​ໂຫຍ​ດຂ​ອງປະຊາຊົນ​ແຕ່ລະ​ປະ​​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.”

ຂ່າວ/ບົດ​ອື່ນ