ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນ ສ້າງຕັ້ງສາຍພົວພັນລະຫວ່າງຫວຽດນາມ ອົດສຕາລີ

ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນ ສ້າງຕັ້ງສາຍພົວພັນລະຫວ່າງຫວຽດນາມ ອົດສຕາລີ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າ​ງຕັ້ງ​
ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ອົດ​ສຕາ​ລີ
(ພາບ: vietnamplus.vn)

(vovworld) -     ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າ​ງຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ອົດ​ສຕາ​ລີ (26/02/1973 – 26/02/2013), ​ເຊິ່ງຖືກດຳ​ເນີນ​ໄປ​​ໃນ​ວັນ​ທີ 25/02, ຢູ່​ອົດສຕາ​ລີ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ອົດສຕາ​ລີ ຮ່ວາງ​ວິ້ງ​ແທ່ງ ຢືນຢັນ​ວ່າ, ນັບ​ແຕ່​ເມື່ອ​ຫວຽດນາມ ​ແລະ ອົດ​ສຕາ​ລີ ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​​ແຕ່​ປີ 1973 ຢ່າງ​ເປັນ​ທາງ​ການ, ການ​ພົວພັນ​ລະຫວ່າງ 2 ປະ​ເທ​ດ​ໄດ້​ມີ​ການ​ພັດ​ທະນາ​ຢ່າ​ງຕັ້ງໜ້າ​ໃນ​ທຸກ​ດ້ານ. ການ​ພົວພັນ​ນີ້ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ພັດ​ທະ​ນາ​ນັບທັງ​ລວງ​ກວ້າງ ​ແລະ ລວງ​​ເລິກ ພາຍຫຼັງ​ທີ່ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ເມື່ອ​ປີ 2009. ກ່ຽວ​ກັບ​ດ້ານ​ເສດຖະກິດ, ປະຈຸ​ບັນ ອົດສຕາ​ລີ ພວມ​ແມ່ນ​ຄູ່​ຮ່ວມ​ມື​​ການ​ຄ້າ​ໃຫຍ່​ອັນ​ດັບ 8 ​ແລະ ​ແມ່ນ​ນັກ​ລົງ​ທຶນ​ຕ່າງປະ​ເທດ​​ໃຫຍ່​ອັນ​ດັບ​ 18 ຂອງ​ຫວຽດນາມ. ທ່ານ​ຮອງ​ລັດຖະມົນ​ຕີ​ຜູ​້ປະຈຳການ​ກະຊວງ​ການ​ຕ່າງປະ​ເທດ​ອົດສຕາ​ລີ Peter Vaghese ​ເນັ້ນ​ໜັກ​ວ່າ, ການ​ພົວພັນ​ກັບ​ຫວຽດນາມ​ ແມ່ນ​ສຳຄັນ​ທີ່​ສຸດ​ສຳລັບ​ອົດສຕາ​ລີ ​ແລະ ສິ່ງ​ດັ່ງກ່າວ​​ໄດ້​ຮັບ​ການ​ບັນ​ທຶກໃນ​ປື້​ມປົກຂາວ​ຂອງອົດສຕາ​ລີ ​ໃນ​ສະຕະ​ວັດ​ອາຊີ. ທ່ານ​ຢືນຢັນ​ວ່າ, ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະ​ຫວ່າງ​ຫວຽດນາມ - ອົດສຕາ​ລີ ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ.

ຂ່າວ/ບົດ​ອື່ນ