ພິທີສະເຫຼີມສະຫຼອງ 45 ປີ ແຫ່ງວັນຄາດຕະກຳ ເຊີນມີ້

ພິທີສະເຫຼີມສະຫຼອງ 45 ປີ ແຫ່ງວັນຄາດຕະກຳ ເຊີນມີ້ - ảnh 1
ພິທີພາວະນາ ໃນສາມັນຊົນຜູ້ບໍ່ມີໂທດກຳ 504 ຄົນ
(ພາບ: vietgiaitri.com)

(vovworld) – ກ່ອນ​ນີ້ 45 ປີ​ເຕັມ, ຢູ່​ຕາ​ແສງ​ຕິ້ງ​ເຄ, ​ເມືອງ​ເຊີນ​ຕິ້ງ, ​ແຂວງ​ກວາງ​ຫງາຍ, ທະຫານ​ອາ​ເມ​ລິ​ກາ​ ໄດ້​ດຳ​ເນີນ​ເຫດ​ການ​ຄາດ​ຕະກຳ​ທີ່​ນອງ​ເລືອດ, ​ເຊິ່ງ​ໄດ້​ເຂັ່ນຂ້າສາມັນ​ຊົນ​ຜູ້​ບໍ່​ມີ​ໂທດ​ກຳ 504 ຄົນ, ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ຜູ້​ເຖົ້າ, ຜູ້​ແກ່, ​ແມ່ຍິງ ​ແລະ ​ເດັກນ້ອຍ.

ຕອນ​ຄຳ່​ວັນ​ທີ 15/3, ຢູ່​ເຂດ​ເຊີນ​ມີ້ ​ໄດ້​ດຳ​ເນີນ​ພິທີ​ສະ​ເຫຼີ​ມສະຫຼອງ 45 ປີ ​ແຫ່ງ​ວັນ​ຄາດ​ຕະກຳ ​ເຊີນ​ມີ້. ​ເປີດ​ສາກ​ພິທີ​ແມ່ນ​ພິທີ​ບູຊາ​ຂອງ​ບັນດາ​ຜູ້​ເຖົ້າ​ຜູ້​ແກ່​ຢູ່​ບ້ານ​ເຊີນ​ມີ້ ​ແລະ ພິທີ​ພາວະນາ​ວິ້ງ​ວອນ​ໃຫ້​ດວງ​ວີນຍານ​ຂອງ 504 ຄົນທີ່​ຖືກ​ຄາດ​ຕະກຳ​ໃນ​ເຫດ​ດັ່ງກ່າວ:

​ໃນ​ພິທີ​ອາ​ໄລ​ຫາ​ເຫດ​ຄາດ​ຕະກຳ ​ເຊີນ​ມີ້ ​ປີ​ນີ້ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ Ronald Haeberle ອະດີດ​ຈ່າ​ໂທ - ນັກ​ຖ່າຍຮູບ​ທະຫານ​ອາ​ເມ​ລິ​ກາ - ​ເຊິ່ງ​ແມ່ນ​ຕົວ​ພະຍານ​ສຳຄັນ ​ທີ່ໄດ້​ປະກອບສ່ວນ​ເຜີຍ​ແຜ່​ເຫດ​ຄາດ​ຕະກຳ​ດັ່ງກ່າວ, ​​ເຮັດ​ໃຫ້​ຫາ​ງສຽງ​ອາ​ເມ​ລິ​ກາ ​ແລະ ​ໂລກ ມີ​ຄວາມ​ສົນ​ໃຈ. ທ່ານ Ronald Haeberle ​ເວົ້າ​ວ່າ:

“​ເຂົ້າ​ຮ່ວມ​ພິທີ​ອາ​ໄລ​ຫາ​ໃນ​ປີ​ນີ້, ຂ້າພະ​ເຈົ້າ​ຮູ້ສຶກ​​ເປັນ​ກຽດ ​ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ເຖິງ​ປະຊາຊົນ​ຢູ່​ທີ່​ນີ້ ​ແລະ​ ​ຫວັງ​ວ່າ ຊາວເຊີນ​ມີ້ ຈະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ເຈັບ​ແສບ​ນີ້. ສ່ວນ​ຂ້າພະ​ເຈົ້າ​ເອງ​ກໍ່​ພະຍາຍາມ​ມຸ້ງ​ໄປ​ສູ່​ອະນາຄົດ ​ແລະ ຫວັງ​ວ່າ​ທຸກ​ຄົນ​ຈະ​ຫຍັບ​ມໍ່​ໄກ້​ກັນ​ກວ່າ“

ພິທີ​ອາ​ໄລ​ຫາ​ເຫດ​ຄາດ​ຕະກຳ​ເຊີນ​ມີ້ ສິ້ນ​ສຸດ​ລົງ​ດ້ວຍ​ເລື່ອງ​ປ່ອຍລອຍກະ​ໂທ​ງ, ພາວະນາ​ໃຫ້ດວງ​ວີນຍານຂອງ 504 ຄົນ ​ແລະ ສົ່ງ​ສານ​ສັນຕິພາບ​ເຖິງ​ປະຊາຊົນ​ໃນ​ທົ່ວ​ໂລກ

 

ຂ່າວ/ບົດ​ອື່ນ