ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຕາລີ

(VOVWORLD) - ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຕາລີ (1973 - 2018) ໄດ້ດຳເນີນໃນຕອນເຊົ້າວັນທີ 20 ມິຖຸນາ ຢູ່ນະຄອນ ໂຮ່ຈີມິນ.
ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຕາລີ - ảnh 1 ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຕາລີ (ພາບ: TTXVN)

ໃນໄລຍະຜ່ານມາ, ການພົວພັນລະຫວ່າງນະຄອນ ໂຮ່ຈີມິນ ແລະ ອີຕາລີ ບັນລຸໄດ້ຜົນງານສຳຄັນຫລາຍຢ່າງ, ພິເສດ ແມ່ນໃນບັນດາຂົງເຂດການຄ້າ, ການລົງທຶນ, ການສຶກສາ-ບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ. ທ່ານຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເລແທງລຽມ ກ່າວວ່າ:

        “ຂ້າພະເຈົ້າເຊື່ອໝັ້ນວ່າ: ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ດ້ວຍຄວາມຕັດສິນໃຈຂອງການນຳທຸກຂັ້ນ ແລະ ຄວາມມານະພະຍາຍາມຮ່ວມຂອງປະຊາຊົນ 2 ປະເທດ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ອີຕາລີ ເວົ້າລວມ, ການພົວພັນຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນ ອີຕາລີ ເວົ້າສະເພາະ ຈະນັບມື້ນັບພັດທະນາ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ ແລະ ໃນໂລກ”.

ຕອບກັບ

ຂ່າວ/ບົດ​ອື່ນ