ພິທີສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງບໍລິສັດໃຫຍ່ PVEP

ພິທີສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງບໍລິສັດໃຫຍ່ PVEP - ảnh 1

ພິທີສະ​ເຫຼີ​ມສະຫຼອງ 5 ປີ​ແຫ່​ງວັນ​ສ້າງ​ຕັ້ງ​ບໍລິສັດ​ໃຫຍ່​ PVEP

(ພາບ: VGP/Nguyên Linh)

(vovworld) - ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 5 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ບໍລິສັດ​ໃຫຍ່​ສຳ​ຫຼວດ ​ແລະ ຂຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແກ​ດ (ຫຼື PVEP), ​ໃນຕອນ​ຄ່ຳ​ວັນ​ທີ 11/5, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ຕາງໜ້າ​​ໃຫ້ການ​ນຳ​ພັກ ​ແລະ ລັດ​ມອບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 3 ​ໃຫ້​ບໍລິສັດ​ໃຫຍ່ ​ເພາະ​ມີ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັບປະກັນຄວາມ​ໝັ້ນຄົງ​ດ້ານ​ພະລັງງານຂອງ​ປະ​ເທດ​ຊາດ, ປະກອບສ່ວນ ດັດສົມເສດຖະກິດ​ມະຫາ​ພາກ​ຂອງ​ລັດຖະບານ ​ແລະ ປົກ​ປັກ​ຮັກສາ​ອະທິປະ​ໄຕ​​ທະ​ເລ​​ເກາະຂອງ​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai  ​ເນັ້ນ​ໜັກ​ວ່າ: ບັນດາ​ບໍ່​ນ້ຳ​ມັນ​ອາຍ​ແກ​ດ​ເຊິ່ງບໍລິສັດ​​ໃຫຍ່​ພວມ​ຄຸ້ມ​ຄອງບໍລິຫານ​ການຂຸດ​ຄົ້ນຢ່າງ​ມີ​ປະສິດທິ​ຜົນ​ຢູ່​ພາຍ​ໃນ​ປະ​ເທດຄື: ຊືຕື໋ວ່າງ, ດ້າຍ​ຮູ່ງ 02, ​ເຕຢາກ​ຈັ໋ງ, ຈິ​ມຊ໋າວ ​ແລະ ບັນດາ​ບໍ່​ນ້ຳມັນ​ຢູ່ ມາ​ເລ​ເຊຍ, ອານ​ເຢຣີ, Venezuela ​ໄດ້​ປະກອບສ່ວນ​ສຳຄັນ​ໃນ​ການ​ປະຕິບັດ​ຄາດໝາຍ​ເພີ່ມ​ປະລິມານສະ​ສົມ ​ແລະ ປະລິມານ​ການ​ຂຸດ​ຄົ້ນ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວັງວ່າ: ບໍລິສັດ​ໃຫຍ່​ສຳ​ຫຼວດ ​ແລະ ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກ​ດ PVEP ຈະ​ສືບ​ຕໍ່​ປະກອບສ່ວນ​ໃຫ້​ປະ​ເທດ​ຊາດ​ຫຼາຍ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ