ພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນມູນເຊື້ອ ຂອງຂະແໜງນ້ຳມັນ ອາຍແກັດ ຫວຽດນາມ

ພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນມູນເຊື້ອ ຂອງຂະແໜງນ້ຳມັນ ອາຍແກັດ ຫວຽດນາມ - ảnh 1
(ພາບ: petrolimex.com.vn)

ຕອນ​ບ່າຍ​ວັນ​ທີ 26 ພະຈິກ ຢູ່ຮ່າ​ໂນ້ຍ, ກຸ່ມ​ບໍລິສັດ​​ນ້ຳມັນ​ອາຍ​ແກັດ​ແຫ່ງ​ຊາດ​ຫວຽດນາມໄດ້​ຈັດ​ພິທີ​ສະ​ເຫຼີ​ມສະ​ຫຼອງ 50 ປີ ​ແຫ່ງ​ວັນ​ມູນ​ເຊື້ອ​ຂອງຂະ​ແໜງ​ນ້ຳມັນ​ອາຍແກັດ​ຫວຽດນາມ​ຢ່າງ​ສົມ​ກຽດ. ກ່າວ​ຄຳ​ເຫັນ​ທີ່​ພິທີ່, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈູງ​ຫາຍ ​ໄດ້​ຕາງ​ໜ້າ​ລັດຖະບານ​ຕີ​ລາຄາ​ສູງ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດຫວຽດນາມ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຜະລິດ​ດຳ​ເນີນ​ທຸ​ລະ​ກິດຢ່າງ​ມີ​ປະ​ສິ​ດທິຜົນ, ​ໄດ້ນຳ​ໜ້າ​ໃນ​ການຮ່ວມ​ມື​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ເປີດ​ກວ້າງ​ການ​ລົງທຶນ​ອອກ​ສູ່ຕ່າງປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ໄດ​້ສະ​ເໜີ​ວ່າ. “ກຸ່ມ​ບໍລິສັດ​ຄວນ​ສ້າງ​ບັນດາ​ມາດຖານ​ກ່ຽວ​ກັບ​ຄວາມ​ສາມາດ​​ແກ່ງ​ແຍ່ງ, ຍົກ​ອອກ​ທິດ​ທາງ ​ແລະ ​ໜ້າ​ທີ່ ເພື່ອ​ແນ​ໃສ່​ນຳ​ກຸ່ມ​ບໍລິສັດ​ກ້າວເຖິງການ​ທ່ວງທັນ​ກັບບັນດາ​ກຸ່ມ​ບໍລິສັດ​ໃຫຍ່​ໃນ​ພາກ​ພື້ນ ​ແລະ ​ໂລກ. ກຸ່ມ​ບໍລິສັດ​ຄວມສືບ​ຕໍ່​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ສຳ​ຫຼວດຊອກ​ຫານ້ຳມັນ​ອາຍ​ແກັດທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ປະກອບສ່ວນ​ຢ່າງ​ແທ້​ຈິງ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ພະລັງງານ​ໃຫ້​ແກ່​ປະ​ເທດ​ຊາດ, ກໍ່​ສ້າງກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດ​ແຫ່ງ​ຊາດ​ກາຍ​ເປັນ​ແບບຢ່າງ​ລັດວິ​ສາ​ຫະກິດ​ທີ່​ດີ​ທີ່​ສຸດ”. ຢູ່ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ​່ງ, ທ່າ​ນ ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ, ທ່ານຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ໄດ້​ມອບ​ຫຼຽນ​ໄຊ, ຫຼຽນ​ກາ ​ແລະ ບັນດາ​ນາມມະ​ຍົດ​ຂອງ​ພັກ, ລັດ ​ໃຫ້​ແກ່​ບັນດາໜູ່ຄະນະ, ສ່ວນ​ບຸກຄົນຂອງ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດ​ຫວຽດນາມ ​ຍ້ອນ​ມີ​ການ​ປະ​ກອບ​ວ່າ​ນທີ່​ດີ​ເດັ່ນ​​​ເຂົ້າ​ໃນ​ການ​ພັດທະນາຂອງ​ຂະ​ແໜງ .

ຂ່າວ/ບົດ​ອື່ນ