ພິທີສະເຫຼີມສະຫຼອງ 52 ປີ ແຫ່ງວັນສ້າງຕັ້ງ ອາຊຽນ ຈັດຂຶ້ນຢູ່ ອົດສະຕາລີ

(VOVWORLD) -ອາຊຽນ ຊົມເຊີຍການສະໜັບສະໜູນແຕ່ໃດໆມາຂອງ ອົດສະຕາລີ ສໍາລັບບົດບາດເປັນໃຈກາງຂອງ ອາຊຽນ ແລະ ໃຫ້ຄໍາໝັ້ນສັນຍາ ຮ່ວມມືກັນຜ່ານບັນດາກົນໄກ ໂດຍ ອາຊຽນ ເປັນປະທານ.
ພິທີສະເຫຼີມສະຫຼອງ 52 ປີ ແຫ່ງວັນສ້າງຕັ້ງ ອາຊຽນ ຈັດຂຶ້ນຢູ່ ອົດສະຕາລີ - ảnh 1ທ່ານ David Hurley ຜູ້ມີອໍານາດເຕັມແຫ່ງອົດສະຕາລີ 

ວັນທີ 13 ສິງຫາ, ຄະນະກໍາມະການສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 52 ປີ ແຫ່ງວັນສ້າງຕັ້ງ ອາຊຽນ (08/08/1967 – 08/08/2019)ຂຶ້ນ ຢູ່ນະຄອນຫຼວງ Canberra, ປະເທດອົດສະຕາລີ. ເຂົ້າຮ່ວມພິທີມີທ່ານ David Hurley ຜູ້ມີອໍານາດເຕັມແຫ່ງອົດສະຕາລີ ພ້ອມດ້ວຍພັນລະຍາ, ເອກອັກຄະລັດຖະທູດ ແລະ ພະນັກງານການທູດບັນດາປະເທດ ອາຊຽນ ພ້ອມດ້ວຍບັນດາເຈົ້າໜ້າທີ່ຂັ້ນສູງ ຂອງສະພາແຫ່ງຊາດ, ລັດຖະບານອົດສະຕາລີ, ນັກຮຽນຮູ້ ອົດສະຕາລີ ແລະ ຜູ້ຕາງໜ້າປະຊາຄົມ ອາຊຽນ ປະຈໍາ ອົດສະຕາລີ ເຂົ້າຮ່ວມເປັນຈໍານວນຫຼາຍ .

        ກ່າວຄໍາເຫັນທີ່ພິທີ, ທ່ານ Tha Aung Nyun ເອກອັກຄະລັດຖະທູດ ມຽນມາ ປະຈໍາ ອົດສະຕາລີ, ພ້ອມທັງແມ່ນປະທານໝູນວຽນ ຄະນະກໍາມະການ ອາຊຽນ ຢູ່ ນະຄອນຫຼວງ Canberra ໄດ້ຍ້ອງຍໍຊົມເຊີຍບັນດາຄວາມຄືບໜ້າອັນດີງາມທີ່ບັນລຸໄດ້ໃນການພົວພັນຄູ່ເຈລະຈາລະຫວ່າງ ອາຊຽນ ກັບ ອົດສະຕາລີ ໃນຕະຫຼອດໄລຍະ 44 ປີ ຜ່ານມາ. ທ່ານເອກອັກຄະລັດຖະທູດ Tha Aung Nyun ຢັ້ງຢືນວ່າ ອາຊຽນ ຊົມເຊີຍການສະໜັບສະໜູນແຕ່ໃດໆມາຂອງ ອົດສະຕາລີ ສໍາລັບບົດບາດເປັນໃຈກາງຂອງ ອາຊຽນ ແລະ ໃຫ້ຄໍາໝັ້ນສັນຍາ ຮ່ວມມືກັນຜ່ານບັນດາກົນໄກ ໂດຍ ອາຊຽນ ເປັນປະທານ.

        ສ່ວນຝ່າຍ ອົດສະຕາລີ, ທ່ານຜູ້ມີອໍານາດເຕັມແຫ່ງອົດສະຕາລີ David Hurley ຢັ້ງຢືນວ່າ ອົດສະຕາລີ ສະໜັບສະໜູນ ແລະ ຕີລາຄາສູງການພົວພັນຄູ່ເຈລະຈາກັບ ອາຊຽນ ຕິດພັນກັບຄວາມມີຄວາມສະຖຽນລະພາບ ແລະ ວັດທະນາຖາວອນຂອງ ອາຊີຕາເວັນອອກສ່ຽງໃຕ້.

ຫວຽດງາ - ນັກຂ່າວ VOV ປະຈໍາ ອົດສະຕາລີ


 

ຕອບກັບ

ຂ່າວ/ບົດ​ອື່ນ