ພິທີ​ສະ​ເຫຼີ​ມສະຫຼອງ ​55 ປີ​ແຫ່ງວັນ​ສ້າງຕັ້ງ ສະມາຄົມ​ນັກ​ສິລະ​ປິນ ລະຄອນ​​ຫວຽດນາມ

ພິທີ​ສະ​ເຫຼີ​ມສະຫຼອງ ​55 ປີ​ແຫ່ງວັນ​ສ້າງຕັ້ງ ສະມາຄົມ​ນັກ​ສິລະ​ປິນ ລະຄອນ​​ຫວຽດນາມ - ảnh 1

55 ປີ​ແຫ່ງ​ວັນ​ສ້າງຕັ້ງສະມາຄົມ​ນັກ​ສິລະ​ປິນລະຄອນ​​ຫວຽ​ດນາມ

(ພາບ:brt.org.vn)

(VOV)- ຕອນ​ຄ່ຳວັນ​ທີ 11/10,  ຢູ່​ຮ່າ​ໂນ້ຍ, ສະມາຄົມ​ນັກ​ສິລະ​ປິນລະຄອນ​​ຫວຽ​ດ ນາມ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ ​55 ປີ​ແຫ່ງວັນ​ສ້າງຕັ້ງສະມາຄົມ​ນັກ​ສິລະ​ປິນລະຄອນ​​ຫວຽດນາມ (1957-2012), 30 ປີແຫ່ງວັນ​ສ້າງຕັ້ງສະມາຄົມ​ນັກ​ສິລະ​ປິນລະຄອນນະຄອນ​ໂຮ່ຈິ​ມິນ ​ແລະ ​ໄຂ​ງານ​ວາງສະ​ແດງ “55 ປີ​ແຫ່ງ​ວັນ​ສ້າງຕັ້ງ ​ແລະ ພັດທະນາສະມາຄົມ​ນັກ​ສິລະ​ປິນລະຄອນ“. ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລະ ບັນດາ​ການ​ນຳ​ພັກ, ລັດ​ຫວຽດນາມ ​ໄດ້​ເຂົ້າຮ່ວມ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ນັກ​ສິລະ​ປິນປະຊາຊົນ Le Tien Tho ປະທານສະມາຄົມ​ນັກ​ສິລະ​ປິນລະຄອນ​​ຫວຽ​ດນາມ ຢືນຢັນ​ວ່າ: ຜ່ານ​ໄລຍະ​ເວລາ 55 ປີ​ແຫ່ງ​ການ​ສ້າງຕັ້ງ ​ແລະ ພັດທະນາ, ຍາມ​ໃດ, ຖັນ​ແຖວ​ນັກ​ສິລະ​ປິນລະຄອນ​​ຫວຽ​ດນາມ ກໍ່​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ປະຫວັດສາດ​ຊຶ່ງ​ພັກ, ລັດ ​ແລະ ປະຊາຊົນ​ມອບ​ໝາຍ​ໃຫ້. ທ່ານ​ໃຫ້​ຮູ້​ວ່າ:

   “ນັກ​ສິລະ​ປິນລະຄອນ​ໝົດ​ທຸກ​ຄົນຂໍ​​ໃຫ້​ຄຳໝັ້ນສັນຍາ​ກັບ​ລຸງ​ໂຮ່ທີ່​ແສນ​ເຄົາລົບ​ຮັກ, ພັກ, ລັດ​ວ່າ: ວົງ​ການ​ນັກ​ສິລະ​ປິນລະຄອນ​ຈະ​ມີ​ຄວາມ​ສາມັກຄີ​ກັນ, ພ້ອມ​ກັນ​ປະດິດ​ສ້າງ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ, ສ້າງ​ບັນດາ​ບົດ​ລະຄອນທີ່​ມີ​ຄຸນ​ນະພາ​ບ​ເພື່ອ​ຮັບ​ໃຊ້​ປະຊາຊົນ, ​ປະກອບ​ສ່ວນນຳ​ພື້ນຖານ​ລະຄອນ​ເວທີ​ຫວຽດນາມ ​ໃຫ້ ພັດທະນາ​ໃນ​ໄລຍະ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ“.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ