ພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ (24/6/1967 – 24/6/2022)

(VOVWORLD) - ພິທີສະເຫຼີມສະຫຼອງແມ່ນການເຄື່ອນໄຫວຈຸດສຸມຂອງປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022, ເປັນການສະເຫຼີມສະຫຼອງຂີດໝາຍສຳຄັນຍິ່ງຂອງນ້ຳໃຈໄມຕີຈິດມິດຕະພາບສະໜິດຕິດພັນຖານບ້ານໃກ້ເຮືອນຄຽງ
ພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ (24/6/1967 – 24/6/2022) - ảnh 1ທ່ານຮອງນາຍົກລັດຖະມົນຕີ  ຫວຽດນາມ ເລມິງຄ໊າຍ ກ່າວສູນທອນພົດໄຂພິທີ
(ພາບ:Văn Điệp/ TTXVN)

ຕອນເຊົ້າວັນທີ 24 ມິຖຸນາ, ຢູ່ໂຮງລະຄອນໃຫຍ່ ທີ່ນະຄອນຫຼວງ ຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ. ພິທີສະເຫຼີມສະຫຼອງແມ່ນການເຄື່ອນໄຫວຈຸດສຸມຂອງປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022, ເປັນການສະເຫຼີມສະຫຼອງຂີດໝາຍສຳຄັນຍິ່ງຂອງນ້ຳໃຈໄມຕີຈິດມິດຕະພາບສະໜິດຕິດພັນຖານບ້ານໃກ້ເຮືອນຄຽງ, ແມ່ນໂອກາດເພື່ອໃຫ້ສອງຝ່າຍພ້ອມກັນຫວນຄືນປະຫວັດສາດ ແລະ ມູນເຊື້ອສາມັກຄີ, ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນໄລຍະຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດໃນເມື່ອກ່ອນ ແລະ ໃນພາລະກິດພັດທະນາປະເທດຊາດໃນປະຈຸບັນ. ກ່າວສູນທອນພົດໄຂພິທີ, ທ່ານຮອງນາຍົກລັດຖະມົນຕີ  ຫວຽດນາມ ເລມິງຄ໊າຍ ເນັ້ນໜັກວ່າ:

“ເມື່ອຫວນຄືນໄລຍະທາງ 55 ປີຜ່ານມາ, ພວກເຮົາກໍ່ມີຄວາມເອກອ້າງທະນົງໃຈ, ເຖິງວ່າຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບນາໆປະການພ້ອມກັບການຜັນແປປະຫວັດສາດກໍ່ຕາມ, ແຕ່ນ້ຳໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານອັນດີງາມລະຫວ່າງ ຫວຽດນາມ - ກຳປູເຈຍ ໄດ້ ແລະ ພວມໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຢ່າງແທດຈິງເຂົ້າໃນພາລະກິດພັດທະນາຄວາມສີວິໄລຮຸ່ງເຮືອນຂອງສອງປະເທດ. ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນສະໜັບສະໜູນປະເທດ ກຳປູເຈຍ ສັນຕິພາບ, ເປັນກາງ ແລະ ພັດທະນາ”

ພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ (24/6/1967 – 24/6/2022) - ảnh 2ທ່ານນາງ Men Sam An, ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ
(ພາບ: Văn Điệp/ TTXVN)

ທີ່ພິທີ, ທ່ານນາງ Men Sam An, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການພົວພັນສະພາແຫ່ງຊາດ, ສະພາສູງ ແລະ ກວດກາແຫ່ງລາຊະອານາຈັກ ກຳປູເຈຍ, ປະທານສະມາຄົມມິດຕະພາບ ກຳປູເຈຍ -  ຫວຽດນາມ, ກໍ່ຢັ້ງຢືນວ່າ: 55 ປີທີ່ຜ່ານມາ ແມ່ນໄລຍະທາງພັດທະນາທີ່ສຳຄັນໃນການພົວພັນ ຫວຽດນາມ - ກຳປູເຈຍ, ໄດ້ສ້າງຂີດໝາຍຍ້ອນບັນດາເຫດການປະຫວັດສາດທີ່ບໍ່ສາມາດຫຼົງລືມເມື່ອສອງປະເທດພ້ອມກັນສາມັກຄີໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນພາລະກິດຕໍ່ສູ້ຍາດເອົາເອກະລາດຈາກລະບອບລ່າເມືອງຂຶ້ນ, ຮຽງບ່າຮຽງຫໄລ່ເພື່ອພ້ອມກັນໂຄ່ນລົ້ມລະບອບດັບສູນເຊື້ອຊາດປອນປົດ, ກໍ່ຄືໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາຂອງແຕ່ລະປະເທດໃນໄລຍະປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ