​ພິ​ທີ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນມູນ​ເຊື້ອ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ

(VOVWORLD) -ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອ ກຳລັງຕຳຫຼວດປະຊາຊົນ ແລະ ຮັບຫຼຽນໄຊໂຮ່ຈີມິນ ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 17 ກໍລະກົດ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງຄຳອວຍພອນອັນປະເສີດໄປຍັງບັນດາການນຳ ແລະ ໝູ່ຄະນະພະນັກງານ, ນັກຮົບກຳລັງຕຳຫຼວດປະຊາຊົນ ຫວຽດນາມ.
​ພິ​ທີ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນມູນ​ເຊື້ອ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ທີ່ພິທີ, ຄະນະຈັດຕັ້ງໄດ້ອ່ານຈົດໝາຍຍ້ອງຍໍຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອຂອງກຳລັງຕຳຫຼວດປະຊາຊົນ ຫວຽດນາມ (20 ກໍລະກົດ 1962 – 20 ກໍລະກົດ 2022).

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າເສັ້ນທາງປະຫວັດສາດແຫ່ງການສູ້ຮົບ ແລະ ເຕີບໃຫຍ່ຂອງກຳລັງຕຳຫຼວດປະຊາຊົນ ຍາມໃດກໍ່ສະໜິດຕິດພັນໂສມໜ້າປະຫວັດສາດທີ່ອົງອາດກ້າຫານຂອງກຳລັງຕຳຫຼວດປະຊາຊົນ, ຂອງຊາດ, ຂອງການປະຕິວັດ ແລະ ການພັດທະນາປະເທດຊາດ, ການດຳລົງຊີວິດຢ່າງສະຫງົບສຸກຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:

ດ້ວຍມູນເຊື້ອວິລະຊົນ, ການປະຕິວັດທີ່ສະຫງ່າອົງອາດໃນໄລຍະ 60 ປີແຫ່ງການກໍ່ສ້າງ, ສູ້ຮົບ ແລະ ເຕີບໂຫຍ່, ພວກເຮົາເຊື່ອໝັ້ນຢ່າງໝັ້ນແກ່ນວ່າ ກຳລັງຕຳຫຼວດປະຊາຊົນຈະເສີມຂະຫຍາຍມູນເຊື້ອວິລະຊົນຢ່າງສູງສຸດ ດ້ວຍຈິດໃຈໃໝ່,  ກຳລັງໜູນໃໝ່, ພ້ອມແລ້ວທີ່ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ. ສືບຕໍ່ສ້າງຜົນງານທີ່ດີເດັ່ນຫຼາຍຢ່າງ, ປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດ ສັງຄົມນິຍົມ ຫວຽດນາມ- ເພື່ອຄວາມເຂັ້ມແຂງ, ວັດທະນາຖາວອນຂອງປະເທດຊາດ, ເພື່ອຄວາມຄາດຫວັງພັດທະນາຢ່າງວັດທະນາຖາວອນ ແລະ ຄວາມສະຫງົບ, ຄວາມຜາສຸກຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ