ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງໂຮງໝໍ ມິດຕະພາບ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ໃຫ້ໂຮງໝໍສືບຕໍ່ເສີມຂະຫຍາຍຮູບແບບການສົມທົບກັນ, ຮ່ວມສຳພັນກັບບັນດາໂຮງໝໍແຖວໜ້າອື່ນໆເພື່ອລະດົມຖັນແຖວນັກຊ່ຽວຊານທີ່ເກັ່ງກ້າສາມາດໃນການບົ່ງມະຕິພະຍາດ, ຜ່າຕັດ
ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງໂຮງໝໍ ມິດຕະພາບ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ພິທີມອບຫຼຽນໄຊ

ຕອນບ່າຍວັນທີ 25 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງໂຮງໝໍມິດຕະພາບ (28/3/1958 – 28/3/2018). ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ: ໄລຍະຈະມາເຖິງ, ໂຮງໝໍ ຕ້ອງມານະພະຍາຍາມສູ້ຊົນກາຍເປັນໜຶ່ງໃນບັນດາສູນເຕັກນິກສູງແຖວໜ້າຂອງທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ໃຫ້ໂຮງໝໍສືບຕໍ່ເສີມຂະຫຍາຍຮູບແບບການສົມທົບກັນ, ຮ່ວມສຳພັນກັບບັນດາໂຮງໝໍແຖວໜ້າອື່ນໆເພື່ອລະດົມຖັນແຖວນັກຊ່ຽວຊານທີ່ເກັ່ງກ້າສາມາດໃນການບົ່ງມະຕິພະຍາດ, ຜ່າຕັດ, ກວດ ແລະ ປິ່ນປົວພະຍາດ. ພ້ອມທັງຕ້ອງມານະພະຍາຍາມສຸມໃສ່ການບຳລຸງສ້າງຖັນແຖວພະນັກງານຢູ່ກັບທີ່.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງ (ຄັ້ງທີ 2) ໃຫ້ແກ່ໂຮງໝໍດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ