ພິທີສະເຫຼີມສະຫຼອງ 63 ປີແຫ່ງວັນປະສູດພະເຈົ້າຈັກກະພັດ ຍີ່ປຸ່ນ Naruhito ຢູ່ ຮ່າໂນ້ຍ

(VOVWORLD) -ປີ 2023 ຫວຽດນາມ ແລະ ຍີ່ປຸ່ນ ຈະຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ຂຶ້ນຢ່າງສົມກຽດ, ນີ້ຈະເປັນຂີດໝາຍສຳຄັນໃນການພົວພັນລະຫວ່າງ 2 ປະເທດ.
ພິທີສະເຫຼີມສະຫຼອງ 63 ປີແຫ່ງວັນປະສູດພະເຈົ້າຈັກກະພັດ ຍີ່ປຸ່ນ Naruhito ຢູ່ ຮ່າໂນ້ຍ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລິວກວາງ ກ່າວຄຳເຫັນທີ່ພິທີ
(ພາບ: TTXVN)

        ຕອນຄ່ຳວັນທີ 23 ກຸມພາ, ຢູ່ ຮ່າໂນ້ຍ, ສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 63 ປີແຫ່ງວັນປະສູດພະເຈົ້າຈັກກະພັດ ຍີ່ປຸ່ນ Naruhito (23 ກຸມພາ 1960 – 23 ກຸມພາ 2023).

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລິວກວາງ ຢືນຢັນວ່າ, ປີ 2023 ຫວຽດນາມ ແລະ ຍີ່ປຸ່ນ ຈະຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ຂຶ້ນຢ່າງສົມກຽດ, ນີ້ຈະເປັນຂີດໝາຍສຳຄັນໃນການພົວພັນລະຫວ່າງ 2 ປະເທດ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ 2 ປະເທດຈະສືບຕໍ່ເພີ່ມທະວີການຮ່ວມມືຍຸດທະສາດໃນທຸກຂົງເຂດ, ສົມທົບກັນຈັດການເຄື່ອນໄຫວຢ່າງອຸດົມສົມບູນ, ແທດຈິງ ແລະ ປະສົບຜົນສຳເລັດເນື່ອງໃນໂອກາດນີ້. ຜ່ານນັ້ນ, ນຳການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃຫ້ຂຶ້ນສູ່ລະດັບສູງໃໝ່.

        ສ່ວນຝ່າຍ ຍີ່ປຸ່ນ, ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ຢືນຢັນວ່າ, ຍີ່ປຸ່ນ ປາດຖະໜາພ້ອມກັບ ຫວຽດນາມ ຊຸກຍູ້ບັນດາການເຄື່ອນໄຫວເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນກວ່າອີກ. ທ່ານໃຫ້ຮູ້ວ່າ, ປີ 2023 ນີ້, ຍີ່ປຸ່ນ ຈະເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດ, ຄື: ພື້ນຖານໂຄງລ່າງ, ໜູນຊ່ວຍການພັດທະນາທາງການ (ODA), ຫັນເປັນດີຈີຕອນ, ຫັນເປັນສີຂຽວ…

ຕອບກັບ

ຂ່າວ/ບົດ​ອື່ນ