ພິທີສະເຫຼີມສະຫຼອງ 65 ປີແຫ່ງວັນທ່ານປະທານໂຮ່ຈິມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ

ພິທີສະເຫຼີມສະຫຼອງ 65 ປີແຫ່ງວັນທ່ານປະທານໂຮ່ຈິມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີ້​ນຢຸງ ມອບ​ທຸງ​ແຂ່ງຂັນ​ຂອງ​ລັດຖະບານ​ໃຫ້​ແກ່​ອົງຄະ​ນະ​ພັກ, ອຳ​ນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ຍ້ອນ​ມີ​ຜົນ​ງານນຳ​ໜ້າ​ຂະ​ບວນການ​ແຂ່ງຂັນ​ຂອງ 5 ນະຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ ​  
(ພາບ: bao dientuchinhphu)

Vovworld- ຕອນ​ເຊົ້າ​ວັນ​ທີ 9/6, ຢູ່ນະຄອນໂຮ່ຈິມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ທ່ານ​ປະທານ​ໂຮ່ຈິ​ມິນ​ອອກ​ຄຳ​ຮຽກຮ້ອງ​ແຂ່ງຂັນ​ຮັກ​ຊາດ, ວັນ​ມູນ​ເຊື້ອ ແຂ່ງຂັນຮັກຊາດ ແລະ ຍ້ອງຍໍຊົມເຊີຍແບບຢ່າງທີ່ກ້າວໜ້າໄລຍະ 2011-2013. ໂດຍປະຕິບັດ ຕາມຄຳ​ຄຳ​ຮຽກຮ້ອງ​ຂອງທ່ານ​ປະທານ​ໂຮ່ຈິ​ມິນ​, ຂະບວນການ​ ​ແຂ່ງຂັນ​ຮັກ​ຊາດຖືກນະຄອນໂຮ່ຈິມິນ ຜັນຂະຫຍາຍຢ່າງເລິກເຊິ່ງ ກ້ວາງຂວາງ, ພັດທະນາຢ່າງແຂງແຮງ ລົງຮອດບັນດາອົງການຂັ້ນຮາກຖານ ໃນບໍລິເວນ. ຜ່ານນັ້ນໄດ້ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ປະກອບສ່ວນສ້າງກຳລັງຊຸກຍູ້ ການປະຕິບັດບັນດາໜ້າ​ທີ່​ເສດຖະກິດ-ສັງຄົມ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ນະຄອນ ​ແລະ ຂອງ​ທົ່ວ​ປະ​ເທດ​ຢ່າງ​ມີ​ໄຊ. ກ່າວ​ຕຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ທ່ານ​ປະທານ​ໂຮ່ຈິ​ມິນ​ອອກ​ຄຳ​ຮຽກຮ້ອງ​ແຂ່ງຂັນ​ຮັກ​ຊາດ, ທ່ານ ​ເຈີ​ນ​ແທງ​ຫາຍ ປະທານ​ສະຫະ​ພັນ​ແຮງ​ງານ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ : 

   “ ໝາກຜົ​ນທີ່​ສຳຄັນ​ຂອງ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ​ແມ່ນ​ຜູ້​ອອກ​ແຮງ​ງານ ​ໄດ້​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ວາ​ກ່ຽວ​ກັບ​ໝາກຜົນ​ຂອງ​ການ​ອອກ​ແຮງ​ງານ. ພ້ອມ​ກັນ​ນັ້ນ ກໍ​ນັບ​​ມື້​ນັບ​ມີ​ຜູ້ນຳ​ໃຊ້​ແຮງ​ງານ​ຫຼາຍ​ຄົນ​ຢູ່​ນອກ​ລັດ​ມີ​ຄວາມ​ເຄົາລົບ​ຕໍ່​ຜູ້​ອອກ​ແຮງ​ງານ. ສິ່ງ​ນີ້​ແມ່ນ​ພື້ນຖານ​ເພື່​ອພັດທະນາ​ແບບ​ຍືນ​ຍົງ ​ໃນ​ສະພາບ​ເສດຖະກິດ​ມີ​ການ​ຫັນປ່ຽນ​ຫຼາຍ​ຢ່າງ. ນີ້​ກໍ​ແມ່ນ​ໝາກຜົນ​ຂອງ​ການ​ຮັບ​ຮູ້​ຢ່າງ​ຖືກ​ກັບ​ລະດັບ​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ຈັດ​ຕັ້ງ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ຍາມ​ໃດ​ກໍ​ຍຶດໝັ້ນ​ການ​ປະຕິ​ບັດບົນ​ພື້ນຖານ​ກຳນົດ​ຈຸດໝາຍ​ຢ່າງ​ຖືກຕ້ອງ, ມີ​ຫົວຄິດ​ປະດິດ​ສ້າງ​ກ່ຽວ​ກັບ​ວິທີ​ປະຕິບັດ ​ແລະ ຍາມ​ໃດ​ກໍ​ມຸ່ງ​ໄປ​ສູ່​ໝາກຜົນ​ການ​ແຂ່ງຂັນ” 

ຂ່າວ/ບົດ​ອື່ນ