ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ​ໜັງ​ສື​ພິມກອງ​ທັບ​ປະ​ຊາ​ຊົນ

(VOVWORLD) -ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອໜັງສືພິມກອງທັບປະຊາຊົນ (20 ຕຸລາ 1950 – 20 ຕຸລາ 2020) ໜັງສືພິມກອງທັບປະຊາຊົນ ໄດ້ດຳເນີນໃນຕອນເຊົ້າວັນທີ 19 ຕຸລາ ຢູ່ຮ່າໂນ້ຍ. 
ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ​ໜັງ​ສື​ພິມກອງ​ທັບ​ປະ​ຊາ​ຊົນ - ảnh 1 ທ່ານ ໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມກ່າວຄຳເຫັນທີ່ພິທີ (ພາບ:  qdnd.vn)

ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມ ແລະ ມອບຫຼຽນໄຊເອກະລາດຊັ້ນ III ໃຫ້ແກ່ໜັງສືພິມກອງທັບປະຊາຊົນ.

ທ່ານຫງວຽນຝູຈ້ອງ ເລຂາທິການໃຫ່ຍ, ປະທານປະເທດ ຫວຽດນາມ ໄດ້ສົ່ງຊໍ່ດອກໄມ້ ແລະ ຈົດໝາຍອວຍພອນ ໂດຍຕາງໜ້າໃຫ້ການນຳພັກ, ລັດ ແລະ ຄະນະພັກການທະຫານສູນກາງ, ທ່ານ ຫງວຽນຝູຈ້ອງ ໄດ້ຍ້ອງຍໍສັນລະເສີນ, ຊົມເຊີຍ ແລະ ອວຍພອນບັນດາໝາກຜົນ, ຜົງານທີ່ເປັນໜ້າເອກອ້າງທະນົງໃຈທີ່ ໜັງສືພິມກອງທັບປະຊາຊົນ  ບັນລຸໄດ້ໃນຕະຫຼາດ 70 ປີແຫ່ງການສ້າງສາ ແລະ ເຕີບໂຫຍ່. ກ່າວຄຳເຫັນທີ່ພິທີ, ທ່ານ ໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມໃຫ້ຮູ້ວ່າ:

ໜັງສືພິມກອງທັບປະຊາຊົນຕ້ອງມີໜ້າຢູູ່ບັນດາບ່ອນທີ່ຫຍຸ້ງຍາກລຳບາກ ທີ່ສຸດຢ່າງທັນການ, ປະກອບສ່ວນຊ່ວຍກັບພໍ່ແມ່ປະຊາຊົນເຂດຫ່າງໄກສອກຫຼີກ, ຊາຍແດນ, ທະເລໝູ່ເກາະ, ປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະນາດ, ຊອກຄົ້ນ, ກູ້ເອົາກູ້ຊີບ.

ຕອບກັບ

ຂ່າວ/ບົດ​ອື່ນ