ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 74 ປີ​ແຫ່ງວັນ​ປະ​ທານ​ໂຮ່​ຈີ​ມິນ​ ອອກ​ຄຳ​ຮຽກ​ຮ້ອງ​ແຂ່ງ​ຂັນ​ຮັກ​ຊາດ

(VOVWORLD) - ຕອນບ່າຍວັນທີ 10 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະແຂ່ງຂັນ - ຍ້ອງຍໍຊົມເຊີຍ ສູນກາງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 74 ປີແຫ່ງວັນປະທານໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ (11 ມິຖຸນາ 1948 – 11 ມິຖຸນາ 2022) . 
ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 74 ປີ​ແຫ່ງວັນ​ປະ​ທານ​ໂຮ່​ຈີ​ມິນ​ ອອກ​ຄຳ​ຮຽກ​ຮ້ອງ​ແຂ່ງ​ຂັນ​ຮັກ​ຊາດ - ảnh 1ພິທີສະເຫຼີມສະຫຼອງ 74 ປີແຫ່ງວັນປະທານໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ 

ພາຍຫຼັງຜົນສຳເລັດຂອງການປະຕິວັດເດືອນສິງຫາ ປີ 1945, ວັນທີ 11 ມິຖຸນາ 1948, ປະທານໂຮ່ຈີມິນ ໄດ້ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ ປຸກລະດົມພໍ່ແມ່ປະຊາຊົນ, ນັກຮົບເສີມຂະຫຍາຍມູນເຊື້ອຮັກຊາດ, ປະຕິບັດໜ້າທີ່ຮີບດ່ວນຕ້ານສັດຕູອຶດຫິວ, ສັດຕູໂງ່ຈ້າ ແລະ ສັດຕູຮຸກຮາມ, ປະກອບຊັບສິນ, ເຫື່ອແຮງເຂົ້າພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ກ່າວຄຳເຫັນທີ່ພິທີ, ທ່ານ ຟ້າມຮຸຍຢາງ ຫົວໜ້າຄະນະແຂ່ງຂັນ - ຍ້ອງຍໍຊົມເຊີຍສູນກາງ ເນັ້ນໜັກວ່າ ການສະເຫຼີມສະຫຼອງ 74 ປີແຫ່ງວັນປະທານໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ ແມ່ນໂອກາດເພື່ອໃຫ້ພວກເຮົາສະແດງຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ມເຫຼືອຕໍ່ເພິ່ນ. ບົນພື້ນຖານໝູນໃຊ້ບົດຮຽນປະສົບການກ່ຽວກັບການແຂ່ງຂັນຮັກຊາດ ທີ່ໄດ້ເຕົ້າໂຮມມາໃນຕະຫຼອດໄລຍະ 74 ປີຜ່ານມາຢ່າງມີຫົວຄິດປະດິດສ້າງ, ຂະບວນການແຂ່ງຂັນ ແລະ ວຽກງານຍ້ອງຍໍຊົມເຊີຍໃນໄລຍະຈະມາເຖິງຈະມີການປ່ຽນແປງໃໝ່ຢ່າງແຮງແລະ ແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ