ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນກຳລັງຮັກສາສັນຕິພາບສະຫະປະຊາຊາດສາກົນ

(VOVWORLD) - ຫວຽດນາມ ປະກອບສ່ວນຢ່າງແທດຈິງເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງໃນໂລກເທົ່ານັ້ນ
ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນກຳລັງຮັກສາສັນຕິພາບສະຫະປະຊາຊາດສາກົນ - ảnh 1(ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ກ່າວຄຳເຫັນທີ່ພິທີ)

        ວັນທີ 25 ພຶດສະພາ, ຢູ່ ນິວຢອກ, ປະເທດ ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເປັນປະທານພິທີສະເຫຼີມສະຫຼອງ 75 ປີແຫ່ງວັນກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດສາກົນ.

        ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢືນຢັນວ່າ ໝາກຜົນການເຂົ້າຮ່ວມຮັກສາສັນຕິພາບສະຫະປະຊາຊາດຂອງ ຫວຽດນາມ ໃນໄລຍະເກືອບ 10 ປີຜ່ານມາ, ບໍ່ພຽງແຕ່ປະກອບສ່ວນຢ່າງແທດຈິງເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງໃນໂລກເທົ່ານັ້ນ, ຫາກຍັງປະກອບສ່ວນຫຼາຍຢ່າງເພື່ອຍົກສູງທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງບັນດາກຳລັງປະກອບອາວຸດປະຊາຊົນ ຫວຽດນາມ, ໂຄສະນາພາບພົດປະເທດ ຫວຽດນາມ ຮັກຫອມສັນຕິພາບ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບ.

        ຕອນເຊົ້າວັນດຽວກັນ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ນິວຢອກ ກໍ່ຈັດບັນດາເຫດການເຊີດຊູການອຸທິດສ່ວນ ແລະ ການເສຍສະຫຼະຊີວິດຂອງບັນດາກຳລັງ “ຮັກສາສັນຕິພາບສະຫະປະຊາຊາດ” ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສາກົນກຳລັງຮັກສາສັນຕິພາບສະຫະປະຊາຊາດສາກົນ (29 ພຶດສະພາ 1948 – 29 ພຶດສະພາ 2023).

ຕອບກັບ

ຂ່າວ/ບົດ​ອື່ນ