ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສະຖາປະນາປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສະຖາປະນາປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2020).
ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສະຖາປະນາປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ - ảnh 1 (ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານພິທີສະເຫຼີມສະຫຼອງ)

ຕອນຄ່ຳວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສະຖາປະນາປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2020). ເຂົ້າຮ່ວມພິທີມີທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ; ທ່ານ ເຈິ່ນກ໊ວກເວື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດວຽດນາມ; ທ່ານນາງ ດັ້ງທິງອັກທິ້ງ, ຮອງປະທານປະເທດ… ການນຳບາງກະຊວງ, ຂະແໜງການ, ຄະນະທຸຕານຸທູດຂອງຫຼາຍປະເທດປະຈຳຮ່າໂນ້ຍ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ເນັ້ນໜັກວ່າ:

        “ດ້ວຍບັນດາຜົນງານອັນໃຫຍ່ຫຼວງມີຄວາມໝາຍປະຫວັດສາດ ນັ້ນແມ່ນການສະແດງໃຫ້ເຫັນຈິດໃຈ, ເຈດຈຳນົງອັນແຮງກ້າຂອງຊາດຫວຽດນາມ, ຢືນຢັນບົດບາດເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງເພື່ອນມິດ ແລະ ຄູ່ຮ່ວມມືສາກົນ. ເພື່ອບັນລຸໄດ້ບັນດາຜົນງານເຫຼົ່ານັ້ນ, ຍາມໃດຫວຽດນາມ ກໍ່ຈົດຈຳ ແລະ ເຄົາລົບຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອທີ່ມີປະສິດທິຜົນ ແລະ ລ້ຳຄ່າຂອງຫຼາຍປະເທດ, ເພື່ອນມິດ ແລະ ຂອງປະຊາຄົມສາກົນ. ສະເຫຼີມສະຫຼອງ 75 ປີແຫ່ງວັນສະຖາປະນາປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ ແມ່ນກົງກັບໂອກາດຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ ແລະ ປັນກຳມະການບໍ່ປະຈຳການຢູ່ທີ່ສະພາຄວາມໝັ້ນຄົງ. ສິ່ງດັ່ງກ່າວເປັນການສະແດງໃຫ້ເຫັນການມີໜ້າຂອງຫວຽດນາມ ຢູ່ເວທີສາກົນນັບມື້ນັບແຮງຂຶ້ນ”.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ: ດ້ວຍຈິດໃຈເປັນເຈົ້າການໃນການເຊື່ອມໂຍງ, ຫວຽດນາມ ໄດ້ຮັບຜົນສຳເລັດໃນເບື້ອງຕົ້ນໃນການດຳລົງຕຳແໜ່ງເປັນປະທານອາຊຽນ 2020, ເປັນປະທານສະມັດຊາໃຫຍ່ລະຫວ່າງລັດຖະສະພາອາຊຽນ (AIPA 41) ແລະ ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ດ້ວຍການເຄື່ອນໄຫວ ແລະ ຂໍ້ລິເລີ່ມສຳຄັນຫຼາຍຢ່າງ, ທັນການ.

        “ເຖິງວ່າ, ການຫັນເປັນໂລກາພິວັດ, ຮ່ວມສຳພັນ ແລະ ເຊື່ອມໂຍງເຂົ້າກັບສາກົນ ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ, ແຕ່ຍັງແມ່ນທ່າອ່ຽງໃຫຍ່ເພື່ອນຳພາມວນມະນຸດພັດທະນາ. ໃນນັ້ນ, ສະຫະປະຊາຊາດສວມບົດບາດໃຈກາງ, ບັນດາອົງການຄືອາຊຽນ ແມ່ນພາກສ່ວນປະກອບ, ເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍຂອງສາກົນ, ມີຄວາມຍຸດຕິທຳ ແລະ ໝັ້ນຄົງ. ຍາມໃດຫວຽດນາມ ກໍ່ຕັ້ງໜ້າໃນວິວັດທະນາການດັ່ງກ່າວ. ໃນບັນດາການພົວພັນກັບສາກົນ, ທຸກຊາດ, ທຸກປະເທດຄວນຍົກສູງຈິດໃຈເຄົາລົບກົດໝາຍ, ເຄົາລົບເອກະລາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ບັນດາຜົນປະໂຫຍດອັນຊອບທຳຂອງກັນ”.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າ, ບັນດາທ່ານເອກອັກຄະລັດຖະທູດ, ອຸປະທູດ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ສຳຄັນຂອງຕົນ, ປະກອບສ່ວນຫຼາຍກວ່າອີກເຂົ້າໃນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ແລະ ປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ