ພິທີສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫຽດນາມ ຢູ່ບັນດາປະເທດ

(VOVWORLD) -ນີ້ແມ່ນປະຖົມປັດໃຈເພື່ອໃຫ້ບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງສຳນັກງານບໍລິຫານຂອງນະຄອນ Jersey ກັບສະຖານກົງສູນຫວຽດນາມ ປະຈຳ ນິວຢອກ ໃນໄລຍະຈະມາເຖິງ.
ພິທີສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫຽດນາມ ຢູ່ບັນດາປະເທດ - ảnh 1ຜູ້ຕາງໜ້າສຳນັກງານບໍລິຫານຂອງນະຄອນ Jersey ແລະ ບັນດາອົງການຕາງໜ້າຫວຽດນາມ ປະຈຳນິວຢອກ
(ພາບ: TTXVN)

ວັນທີ 02 ກັນຍາ, ສະຖານກົນສູນຫວຽດນາມ ປະຈຳນິວຢອກ, ອາເມລິກາ ໄດ້ສົມທົບກັບອຳນາດການປົກຄອງນະຄອນ Jersey, ລັດ New Jersey ໄດ້ຈັດພິທີຊັກທຸງຫວຽດນາມ ຢູ່ສຳນັກງານບໍລິຫານຂອງນະຄອນ ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (02 ກັນຍາ 1945 -02 ກັນຍາ 2021). ເຫດການດັ່ງກ່າວມີຄວາມໝາຍສຳຄັນຍິ່ງ ຍ້ອນນີ້ເປັນຄັ້ງທຳອິດອຳນາດການປົກຄອງນະຄອນ Jersey ສົມທົບກັບສະຖານກົງສູນຫວຽດນາມ ປະຈຳ ນິວຢອກ ຈັດຕັ້ງພິທີຊັກທຸງຊາດ ຫວຽດນາມ ເນື່ອງໃນໂອກາດວັນຊາດ. ນີ້ແມ່ນປະຖົມປັດໃຈເພື່ອໃຫ້ບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງສຳນັກງານບໍລິຫານຂອງນະຄອນ Jersey ກັບສະຖານກົງສູນຫວຽດນາມ ປະຈຳ ນິວຢອກ ໃນໄລຍະຈະມາເຖິງ.

        ວັນທີ 02 ກັນຍາ, ສະຖານທູດຫວຽດນາ ປະຈຳ ອີຢິບ ໄດ້ຈັດພິທີສະເຫຼີມສະຫຼອງ 76 ປີແຫ່ງວັນຊາດ ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ເຈິ່ນແທັ່ງກົງ ໄດ້ເນັ້ນໜັກເຖິງປະຫວັດສາດຂອງການຕໍ່ສູ້ຍາດເອົາເອກະລາດ, ໂຮມປະເທດຊາດເປັນເອກະພາບ ແລະ ການພັດທະນາ, ຫວຽດນາມ ຍາມໃດກໍ່ມີຄວາມເອກອ້າງທະນົງໃຈເມື່ອມີເພື່ອນມິດ ອີຢິບ ທີ່ໄວ້ເນື້ອເຊື່ອໃຈ, ເປັນມູນເຊື້ອໃນຕະຫຼອດ 58 ປີຜ່ານມາ. ການພົວພັນລະຫວ່າງ 2 ປະເທດພວມພັດທະນາຢ່າງດີງາມ ແລະ ພວມມີກາລະໂອກາດຮ່ວມມື 2 ຝ່າຍຫຼາຍຢ່າງ ຢ່າງເລິກເຊິ່ງ, ກວ້າງຂວາງ, ມີປະສິດທິຜົນໃນຫຼາຍຂົງເຂດ. ທ່ານເອກອັກຄະລັດຖະທູດເຊື່ອໝັ້ນວ່າ, ຫວຽດນາມ - ອີຢິບ ຍັງມີຄວາມສາມາດບົມຊ້ອນຫຼາຍຢ່າງເພື່ອພັດທະນາ, ສາມາດບັນລຸວົງເງິນການຄ້າ 2 ສົ້ນ 1 ຕື້ USD ໃນໄລຍະຈະມາເຖິງ.

        ເນື່ອງໃນໂອກາດນີ້, ສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ຈັດພິທີມິດຕິງຢູ່ສຳນັກງານສະຖານທູດຢູ່ນະຄອນຫຼວງ ມົດສະກູ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນລັດເຊຍ ດັ້ງມິນຄອຍ ເນັ້ນໜັກວ່າ, ໃນສະພາບການຄືໃນປະຈຸບັນ, ຊາວຫວຽດນາມ ແຕ່ລະຄົນອາໄສຢູ່ຕ່າງປະເທດເວົ້າລວມ ແລະ ຢູ່ລັດເຊຍ ເວົ້າສະເພາະ ລ້ວນແຕ່ອວຍໜ້າເມືອຫາປະເທດຊາດ, ປາດຖະໜາຢາກຊ່ວຍເຫຼືອ ແບ່ງປັນກັບປະຊາຊົນຢູ່ພາຍໃນປະເທດ, ພ້ອມກັນສູ້ຊົນ, ຮ່ວມເດີນທາງພ້ອມກັບປະຊາຊົນໃນທົ່ວປະເທດ.

ວັນທີ 02 ກັນຍາ, ສະຖານທູດ, ບັນດາອົງການຜູ້ຕາງໜ້າພ້ອມກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ເມັກຊີໂກ ໄດ້ຈັດພິທີຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານໂຮ່ຈີມິນ ຢູ່ນະຄອນຫຼວງ ເມັກຊີໂກຊີຕີ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳເມັກຊີໂກ ຫງວຽນແຮ່ງນັມ ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຍິ່ງຂອງວັນຊາດໃນປະຫວັດສາດຂອງຊາດຫວຽດນາມ  ພ້ອມກັບບັນດາຜົນງານຂອງຫວຽດນາມ ທີ່ບັນລຸໄດ້ໃນພາລະກິດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນ.

        ຢູ່ເຂດອາຊີຕາເວັນອອກສ່ຽງເໜືອ, ວັນທີ 02 ກັນຍາ, ສະຖານທູດຫວຽດນາມ ປະຈຳ ມົງກົນ, ຜູ້ຕາງໜ້າຊາວຫວຽດນາມ ປະຈຳມົງກົນ, ສະມາຄົມມິດຕະພາບ ມົງກົງ - ຫວຽດນາມ ກໍ່ໄດ້ຈັດພິທີຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານໂຮ່ຈີນິນ ທີ່ນະຄອນຫຼວງ Ulaanbaatar ເຊັນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ