ພິທີສະເຫຼີມສະຫຼອງ 78 ປີແຫ່ງວັນຊາດປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

(VOVWORLD) - ປະຊາຊົນ ຫວຽດນາມ ຍາມໃດກໍ່ມານະພະຍາຍາມເພື່ອລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ, ຄວາມຫຼ້າຫຼັງ ແລະ ບັນລຸໄດ້ບັນດາຜົນງານຢ່າງໃຫຍ່ຫຼວງ
ພິທີສະເຫຼີມສະຫຼອງ 78 ປີແຫ່ງວັນຊາດປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ - ảnh 1(ທ່ານປະທານປະເທດ ຫວໍ້ວັນເຖືອງ ກ່າວຄຳເຫັນທີ່ພິທີ)

          ຕອນຄ່ຳວັນທີ 31 ສິງຫາ, ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ແລະ ພັນລະຍາໄດ້ເປັນປະທານພິທີສະເຫຼີມສະຫຼອງ 78 ປີແຫ່ງວັນຊາດປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ (2 ກັນຍາ1945 – 2 ກັນຍາ 2023).

  ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານປະທານປະເທດ ຫວໍ້ວັນເຖືອງ ເນັ້ນໜັກວ່າ: ນັບແຕ່ລະດູໃບໄມ້ຫຼົ່ນຂອງການປະຕິວັດເດືອນ ສິງຫາ ປີ 1945, ດ້ວຍຈິດໃຈ “ບໍ່ມີສິ່ງໃດເລີດລ້ຳກວ່າເອກະລາດ ແລະ ເສລີພາບ”, ຊາດ ຫວຽດນາມ ໄດ້ມີຄວາມອົງອາດກ້າຫານ, ຜ່ານຜ່າສົງຄາມທີ່ຫຍຸ້ງຍາກລຳບາກ ແລະ ດຸເດືອດຢ່າງພິລະອາດຫານ ດ້ວຍການເສຍສະຫຼະຊີວິດຂອງລູກຫຼານທີ່ດີເດັ່ນນັບລ້ານຄົນ ເພື່ອປົດປ່ອຍປະເທດຊາດ, ໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ເມື່ອກ້າວເຂົ້າສູ່ໄລຍະແຫ່ງການປ່ຽນແປງໃໝ່, ປະຊາຊົນ ຫວຽດນາມ ຍາມໃດກໍ່ມານະພະຍາຍາມເພື່ອລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ, ຄວາມຫຼ້າຫຼັງ ແລະ ບັນລຸໄດ້ບັນດາຜົນງານຢ່າງໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ. ທ່ານປະທານປະເທດ ຫວໍ້ວັນເຖືອງ ເນັ້ນໜັກວ່າ:

          “ບົນເສັ້ນທາງການປະຕິບັດຫັນຄວາມຄາດຫວັງຢາກກາຍເປັນປະເທດພັດທະນາ, ມີລາຍຮັບສູງນັບແຕ່ປີ 2045 ໃຫ້ປະກົດຜົນເປັນຈິງ, ຫວຽດນາມ ຕ້ອງສືບຕໍ່ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ຢືດໝັ້ນການຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນຢ່າງຄົບຊຸດ, ຮອບດ້ານ ແລະ ເລິກເຊິ່ງກວ້າງຂວາງ. ສືບຕໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ແລະ ພື້ນຖານເສດຖະກິດການຕະຫຼາດຕາມທິດສັງຄົມນິຍົມໃຫ້ສົມບູນແບບ; ຢຶດໝັ້ນການປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນຂອງຊາດຢ່າງຄົບຖ້ວນ, ຮັກສາ ແລະ ເສີມຂະຫຍາຍບັນດາມໍລະດົກອັນລ້ຳຄ່າເຊິ່ງຊາວ ຫວຽດນາມ ລຸ້ນຕ່າງໆໄດ້ເພີ່ມພູນຄູນສ້າງ”.

          ທ່ານປະທານປະເທດໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ບັນດາປະເທດ, ຄູ່ຮ່ວມມື ແລະ ປະຊາຊົນທີ່ກ້າວໜ້າໃນໂລກທີ່ໄດ້ຮ່ວມເດີນທາງພ້ອມກັບຫວຽດນາມ, ໃຫ້ຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ, ການແບ່ງປັນ, ໜູນຊ່ວຍອັນລ້ຳຄ່າ, ເພື່ອປະກອບສ່ວນເຂົ້າໃນບັນດາຜົນງານຂອງ ຫວຽດນາມ ໃນໄລຍະ 78 ປີຜ່ານມາ. ເມື່ອເຕື້ອງເຖິງບັນດາການຜັນແປທີ່ສັບສົນ, ເກີດສິ່ງທ້າທາຍຫຼາຍຢ່າງຂອງໂລກໃນປະຈຸບັນ, ທ່ານປະທານປະເທດ ຫວໍ້ວັນເຖືອງ ເນັ້ນໜັກວ່າ:

          ເພື່ອປົກປັກຮັກສາສັນຕິພາບ ແລະ ຄວາມວັດທະນາຖາວອນລວມໃຫ້ແກ່ທຸກໆປະເທດ, ພວກເຮົາຕ້ອງສາມັກຄີກັນ, ຊຸກຍູ້ການຮ່ວມມື; ປັບປຸງລັດທິຫຼາຍຝ່າຍ; ເຄົາລົບກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ. ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ໃຫ້ແກ່ການຮ່ວມມື ແລະ ການສົນທະນາ, ປັບປຸງລັດທິຫຼາຍຝ່າຍ, ຊຸກຍູ້ການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີຜ່ານການເຈລະຈາ ບົນພື້ນຖານກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ; ຍາມໃດກໍ່ເປັນເພື່ອນທີ່ຈິງໃຈ, ສັດຊື່ບໍລິສຸດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ.

          ໂດຍຕາງໜ້າໃຫ້ບັນດາເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນປະຈຳ ຮ່າໂນ້ຍ, ທ່ານ Saadi Salama, ເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳ ຫວຽດນາມ, ຫົວໜ້າຄະນະການທູດ ຢືນຢັນວ່າ, ບັນດານັກການທູດຕັດສິນໃຈສືບຕໍ່ປະຕິບັດບັນດາຄວາມມານະພະຍາຍາມເພື່ອປັບປຸງ, ຊຸກຍູ້ ແລະ ເປີດກວ້າງການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ບັນດາປະເທດ.

          ແລະກໍ່ໃນຕອນຄ່ຳວັນດຽວກັນ, ຢູ່ນະຄອນ ໂຮ່ຈີມິນ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ກໍ່ໄດ້ຈັດງານລ້ຽງຕ້ອນຮັບບັນດາອົງການການທູດ, ສະຖານກົງສູນ, ບັນດາອົງການບໍ່ຂຶ້ນກັບລັດຖະບານ, ອົງການຈັດຕັ້ງສາກົນ ແລະ ຜູ້ຕາງໜ້າປະຊາຄົມວິສາຫະກິດຕ່າງປະເທດຢູ່ນະຄອນໂຮ່ຈິມິນ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ