ພິ​ທີ​ສະ​ເຫຼີມ​ສະຫຼອງ 90 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ​ຊາວ​ກະ​ສິກອນ ຫວຽດ​ນາມ

(VOVWORLD) -ທ່ານ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ໃນ 4 ປີທີ່ຜ່ານມາ, ລັດຖະບານພ້ອມກັບສະມາຄົມຊາວກະສິກອນ ຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາກັບຊາວກະສິກອນຢູ່ທັງ 3 ພາກເປັນຫຼາຍຄັ້ງ.
ພິ​ທີ​ສະ​ເຫຼີມ​ສະຫຼອງ 90 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ​ຊາວ​ກະ​ສິກອນ ຫວຽດ​ນາມ - ảnh 1

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ ສະເຫຼີມສະຫຼອງ 90 ປິແຫ່ງວັນສ້າງຕັ້ງສະມາຄົມຊາວກະສິກອນ ຫວຽດນາມ (ພາບ: VGP)

ຕອນເຊົ້າວັນທີ 11 ຕຸລາ, ຢູ່ຮ່າໂນ້ຍ, ສະມາຄົມຊາວກະສິກອນ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງສະມາຄົມ, ຕ້ອນຮັບຫຼຽນໄຊໂຮ່ຈີມິນ, ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຄັ້ງທີ V ໄລຍະ 2020 – 2025 ແລະ ຍ້ອງຍໍສັນລະເສີນ ຫົວໜ້າໜ່ວຍສະມາຄົມຊາວກະສິກອນທີ່ດີເດັ່ນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ ເມື່ອປະເທດປະສົບກັບຄວາມຫຍຸ້ງຍາກ ລຳບາກ, ຊົນຊັ້ນຊາວກະສິກອນພື້ນຖານເສດຖະກິດກະສິກຳ ແລະ ເຂດ ຊົນນະບົດ ແມ່ນເສົາຄ້ຳຂອງພື້ນຖານເສດຖະກິດ, ແມ່ນບ່ອນອີ່ງທີ່ຈົ່ງຮັກພັກດີ ແລະ ໝັ້ນຄົງເຂັ້ມແຂງຂອງພັກ ແລະ ປະຊາຊົນ.

ທ່ານ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ໃນ 4 ປີທີ່ຜ່ານມາ, ລັດຖະບານພ້ອມກັບສະມາຄົມຊາວກະສິກອນ ຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາກັບຊາວກະສິກອນຢູ່ທັງ 3 ພາກເປັນຫຼາຍຄັ້ງ, ຜ່ານນັ້ນໄດ້ຮັບຟັງ, ວາງແຜນກຳນົດນະໂຍບາຍ, ຊີ້ນຳເພື່ອພັດທະນາເສດຖະກິດຊົນນະບົດ. ມາຮອດປັດຈຸບັນ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາປະເທດສົ່ງອອກຜະລິດຕະພັນກະເສດແຖວໜ້າໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ