ພິທີສະເຫຼີມສະຫຼອງ125ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ(19/5/1890-19/5/2015)

ພິທີສະເຫຼີມສະຫຼອງ125ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ(19/5/1890-19/5/2015) - ảnh 1
ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ
(ພາບ: Như Ý)

(vovworld) – ຕອນ​ເຊົ້າ​ວັນ​ທີ 18/5, ຢູ່ ຮ່າ​ໂນ້ຍ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາ​ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ສະ​ພາ​ແຫ່ງ​ຊາດ, ປະ​ທານ​ປະ​ເທດ, ລັດ​ຖະ​ບານ ຫວຽດ​ນາມ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ນະ​ຄອນ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ໂຮ່​ຈີ​ມິນ (19/5/1890 – 19/5/2015). ເຂົ້າ​ຮ່ວມ​ພິ​ທີ​ມີ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມມ​ູ​ນິ​ດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຊີ້​ແຈ້ງວ່າ: ຊີ​ວິດ ແລະ ພາ​ລະ​ກິດ​ຂອງ​ປະ​ທານ ໂຮ່​ຈີ​ມິນ ແມ່ນ​ບົດ​ເພງ​ໄຊ, ແບບ​ຢ່າງ​ທີ່​ໄສ​ແຈ້ງ​ກ່ຽວ​ກັ​ບ​ລັດ​ທິ​ຮັກ​ຊາດ, ກ່ຽວ​ກັບ​ຄຸນ​ນະ​ທາດກອມ​ມູ​ນິດ, ກ່ຽວ​ກັບ​ພຸມ​ປັນ​ຍາ, ຄຸນ​ສົມ​ບັດ​​ສິນ​ທ​ຳປະ​ຕິ​ວັດ​ທີ່​ໄສ​ ແລະ ແມ່ນ​ການ​ລະ​ດົມ​ກຳ​ລັງ​ໃຈ​ອັນ​ໃຫຍ່ຫຼວງ​ສຳ​ລັບ​ຊາວ ຫວຽດ​ນາມ ລ​ຸ້ນ​ຕ່າງໆ. ດ້ວຍ​ການ​ກຳ​ເນີດຂຶ້ນຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໂດຍ​ປະ​ທານ ໂຮ່​ຈີ​ມິນ ເປັນ​ຜູ້ກໍ່​ຕັ້ງ​ເມື່ອ​ປີ 1930 ພ້ອມ​ກັບໂຄງ​ການການ​ເມືອງ​ທຳ​ອິດ​ຂອງ​ພັກ, ແນວ​ທາງ​ການ​ປະ​ຕິ​ວັດ​ ຫວຽດ​ນາມ ໄດ້​ຮັບ​ການ​ສ້າງ​ຕັ້ງ, ເສັ້ນ​ທາງ​ກູ້​ຊາດ​ຂອງ ຫວຽດ​ນາມ ໄດ້​ຮັບ​ການ​ກ​ຳ​ນົດ​ໂດ​ຍ​ພື້ນ​ຖານ. ພາຍ​ໃຕ້​ການ​ນຳ​ພາ​ຂອງ​ປະ​ທານ ໂຮ່​ຈີ​ມິນ ແລະ ພັກ​ກອມ​ມູ​ນິດ ຫວຽດ​ນາມ, ການ​ປະ​ຕິ​ວັດ ຫວຽດ​ນາມ ໄດ້​ຜ່ານ​ຜ່າໄລ​ຍະ​ຫຍຸ້ງ​ຍາກ, ການ​ທ້າ​ທາຍຫຼາຍ​ຢ່າງ​ເພື່ອ​ຍາດ​​ຈາກໄຊ​ຊ​ະ​ນະ​ນີ້​​ຫາ​ໄຊ​ຊະ​ນ​ະ​ອື່ນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ, ຊີ້​ແຈ້ງ​ວ່າ:

        “ຄຸນ​ງາມ​ຄວາມ​ດີ​ຂອງ​ປະ​ທານ ໂຮ່​ຈີ​ມິນ ຕໍ່​ປະ​ຊາ​ຊົນ ຫວຽດ​ນາມ ​ປຽງ​ເໝືອພູ​ສູງ ແລະ ທະ​ເລ​ກ້​ວາງ​ໃຫຍ່. ປະ​ທານ ໂຮ່​ຈີ​ມິນ ໄດ້​​ຜູກ​ພັນ ແລະ ອຸ​ທິດ​ສ່ວນ​​​ຕະຫຼອດຊີ​ວິດ​ຂອງ​ຕົນ​ໃຫ້​ແກ່ພາ​ລະ​ກິດ​ປະ​ຕິ​ບັດ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ຊາ​ຊົນ ຫວຽດ​ນາມ, ສຸດ​ຈິດ​ສຸ​ດ​ໃຈ, ຮັບ​ໃຊ້​ປະ​ເທດ​ຊາດ, ຮັບ​ໃຊ້​ປະ​ຊາ​ຊົນ​. ຊື່​ສຽງ​ຮຽງ​ນາມ ແລະ ພາ​ລະ​ກິດ​ຂອງ​ປະ​ທານ ໂຮ່​ຈີ​ມິນ ຈະ​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ຊາວ ຫວຽດ​ນາມ ແຕ່​ລະ​ຄົນ. ປະ​ທານ ໂຮ່​ຈີ​ມິນ ໄດ້​ປະ​ໄວ້​ໃຫ້​ພວກ​ເຮົາ ແລະ ຄົນ​ລຸ້ນຫຼັງ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່ານັ້ນ​ແມ່ນ: ແນວ​ຄິດ ໂຮ່​ຈີ​ມິນ, ຍຸກ​ສະ​ໄໝ ໂຮ່​ຈີ​ມິນ ແລະ ແບບ​ຢ່າງ​ຄຸນ​ສົມ​ບັດ​, ​ບຸກ​ຄະ​ລິກ​ກະ​ພາບ ໂຮ່​ຈີ​ມິນ.”

 

ຕ​ອນ​ເຊົ້າ​ວັນ​ທີ 18/5, ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຂອງ​ປະ​ທານ​ໂຮ່​ຈິ​ມີນ, ຢູ່ ພະ​ນົມ​ເປັນ, ສະ​ມາ​ຄົມ​ຊາວ ກຳ​ປູ​ເຊຍ ເຊື້ອ​ຊາດ ຫວຽດ​ນາມ ຢູ່​ນະ​ຄອນ​ຫລວງ ພະ​ນົມ​ເປັນ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈິ​ມີນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ຜູ້​ຕາງ​ຫນ້າ​ສະ​ຖານ​ທູດ​ຫວຽດ​ນາມ ຢູ່ ກຳ​ປູ​ເຈຍ, ຜູ້​ຕາງ​ຫນ້າ​ຊາວ​ຫວຽດ​ນາມ ພວມ​ຮ່ຳ​ຮຽນ ແລະ ດຳ​ລົງ​ຊີ​ວິດ​ຢູ່ ພະ​ນົມ​ເປັນ. ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ ໄດ້​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະ​ທານ​ໂຮ່​ຈິ​ມີນ ແລະ ພ້ອມ​ກັນ​ແບ່ງ​ປັນ​ບັນ​ດາ​ອະ​ນຸ​ສອນ, ຄວາມ​ຮູ້​ສຶກ​ຂອງຊາວ​ຫວຽດ​ນາມ ທີ່​ຫ່າງ​ໄກ​ກັບ​ບ້ານ​ເກ​ີດ​ເມືອງນອນ​ທີ່​ມີ​ຕໍ່​ຜູ້​ນຳ​ແສນ​ເຄົາ​ລົບ​ຮັກ​ຂອງ​ຊາດ.

 

 

 

 


ຂ່າວ/ບົດ​ອື່ນ