ພິທີສະເຫຼີມສະຫຼອງ185ປີແຫ່ງວັນສ້າງຕັ້ງແລະ20ປີແຫ່ງວັນສ້າງຕັ້ງແຂວງບັກນີງຄືນໃໝ່

ພິທີສະເຫຼີມສະຫຼອງ185ປີແຫ່ງວັນສ້າງຕັ້ງແລະ20ປີແຫ່ງວັນສ້າງຕັ້ງແຂວງບັກນີງຄືນໃໝ່ - ảnh 1ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ185ປີ​ແຫ່ງວັນ​ສ້າງ​ຕັ້ງ​ແລະ20ປີ​ແຫ່ງວັນ​ສ້າງ​ຕັ້ງແຂວງ​ບັກ​ນີງ​ຄືນ​ໃໝ່

(vovworld) - ​ຕອ​ນ​ຄ່ຳ​ວັນ​ທີ 12/2, ຢູ່​ນະ​ຄອນ ບັກ​ນີງ, ແຂວງ ບັກ​ນີງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີ​ມ​ສະຫຼອງ 185 ປີ​ແຫ່ງວັນ​ສ້າງ​ຕັ້ງ, 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ແຂວງ​ ບັກ​ນີງ ຄືນ​ໃໝ່. ກ່​າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ​້​ຍ້ອງ​ຍໍ​ຊົມ​ເຊີຍ ແລະ ອວຍ​ພອນ​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່ຫຼວງ​ເຊິ່ງ​ຄະ​ນະ​ພັກ ແລະ ປະ​ຊາ​ຊົນ​ແຂວງ ບັກ​ນີງ ບັນ​ລຸ​ໄດ້​ໃນ​ຕະ​ຫຼອດ 20 ປີ​ທ​ີ່​ຜ່ານ​ມາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຮຽກ​ຮ້ອງ​ໃຫ້​ແຂວງ​ບັກ​ນີງ ຕ້ອງ​ແມ່ນ​ແຂວງ ​ທີ່​ເປັນແບບ​ຢ່າງ​ໃນ​ການ​ປະ​ຕິ​ບັດ​ຈິດ​ໃຈ​ ​ຊີ້​ນຳ​ລ​ວມ​ຂອງ​ລັດ​ຖະ​ບານ​ດ້ວຍ​ຫົວ​ຂໍ​້​ຂ​ອງ​ປີ 2017 ວ່າ: “ເພີ່ມ​ທະ​ວີ​ລະ​ບຽບ​ການ, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ, ແຂ່ງ​ຂັນ​ຢ່າງມີ​ຫົວ​ຄິດ​ປະ​ດິດ​ສ້າງ, ພັດ​ທະ​ນາ​ໄວ ແລະ ຍືນ​ຍົງ”, ພ​້ອມ​ກັບ​ທົ່ວ​ປະ​ເທດ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ໜ້າ​ທີ່​​ເຊິ່ງໄດ້​ວາງອ​ອກສຳ​ເລັດ​ຜົນ​, ນຳ​ແຂວງ ບັກ​ນີງ ກາຍ​ເປັນ​ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ​ໂດຍ​ໄວ. ແຂວງ ບັກ​ນີງ ສູ້​ຊົນ​ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ທ້ອງ​ຖິ່ນ​ຮັ່ງ​ມີ​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ, ມຸ່ງ​ໄປ​ເຖິງ​ທີ່​ຕັ້ງ​ເປັນ​ໜຶ່ງ​ໃນ​ບັນ​ດານ​ະ​ຄອນ​ມີ​ກຳ​ລັງ​ແກ່ງ​ແຍ້ງ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ແຖວ​ໜ້າ​ຢູ່ ອາ​ຊີ, ເສດ​ຖະ​ກິດ​ພັດ​ທະ​ນາ​ໄວ ແລະ ຍືນ​ຍົງ​ໃນ​ຂະ​ນະນັ້ນຍັງຄົງ, ອະ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ບັນ​ດາ​ຄຸນ​ຄ່າ​ເຊິ່ງ​ແມ່ນ​ສີ​ສັນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ​ດິນ​ແດນພາກ​ເໜືອ ຫວຽດ​ນາມ.

        ກ່ອນ​ໜ້​ານັ້ນ, ​ໃນຕອ​ນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ບັກ​ນີງ.


ຂ່າວ/ບົດ​ອື່ນ