ພິທີສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອຂະແໜງແຮງງານ-ທະຫານເສຍອົງຄະແລະສັງຄົມ

ພິທີສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອຂະແໜງແຮງງານ-ທະຫານເສຍອົງຄະແລະສັງຄົມ - ảnh 1
ທ່ານ​ ຫງວຽນ​ຊິງ​ຮຸ່ງ ​​ມອບ​ຫຼຽນ​ໄຊ ​ໂຮ່ຈີ​ມິນ ​ໃຫ້​ກະຊວງ​ແຮງ​ງານ -
ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ
(ພາບ: KT)

(vovworld) – ​ ນັບ​​ແຕ່​​ເມື່ອ​ສ້າງ​ຕັ້ງ​ມາຮອດ​ປະຈຸ​ບັນ, ຂະ​ແໜງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຍາມ​ໃດ​ກໍ​ເຮັດ​ສຳ​ເລັດ​ທຸກ​ໜ້າ​ທີ່ຢ່າງ​ດີ​ເດັ່ນ, ​ໃນ​ນັ້ນ ສຸມ​ໃສ່​ເຮັດ​ວຽກ​ງານ​ແຮງ​ງານ, ຜູ້​ມີ​ຄຸນງາມຄວາມດີ, ສັງຄົມ​ເປັນ​ຢ່າງ​ດີ. ​ໃນ​ຕະຫຼອດ​ໄລຍະ 70 ປີຜ່ານມາ, ພະນັກງານ, ກຳມະກອນ, ພາລະ​ກອນ​ທົ່ວ​ຂະ​ແໜງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຍາ​ມ​ໃດ​ເປັນ​ເຈົ້າ​ການ, ມີຫົວຄິດ​ປະດິດ​ສ້າງ, ສຸດ​ຈິດ​ສຸດ​ໃຈ​ຕໍ່​ວຽກ​ງານມານະ​ພະຍາ​ຍາ​ມປະຕິບັດ​ທຸກ​ໜ້າ​ທີ່​ຊຶ່ງໄດ້​ຮັບມອບໝາຍ​ຢ່າງ​ມີ​ໄຊ. ​ໃນ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ທົ່ວ​ຂະ​ແໜງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ບັນ​ລຸ​ໄດ້​ຫລາຍໝາກຜົນ​ທີ່​ພົ້ນ​ເດັ່ນ.

        ດ້ວຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ຕອນ​ເຊົ້າ​ວັນ​ທີ 19/8, ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຂະ​ແໜງ​ແຮງ​ງານ ທະຫານ​ເສຍ​ອົງຄະ - ສັງຄົມ (28/8/1945 – 28/8/2015) ​ແລະ ກອງ​ປະຊຸມ​ໃຫຍ່​​ແຂ່ງຂັນ​ຮັກ​ຊາດ​ຄັ້ງ​ທີ 4, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມອບ​ຫຼຽນ​ໄຊ ​ໂຮ່ຈີ​ມິນ ເທື່ອ​ທີ 2 ​ໃຫ້​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ.

 

ຂ່າວ/ບົດ​ອື່ນ